ຄົນເຈັບລາວ ທີ່ຈະໄປປິ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນບ່າຍໃນວັນທີ 10 ພຶດສະພາ 2020 ວ່າ ກໍລະນີຄົນເຈັບລາວ ທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານຕື່ມ ທຸກຄົນທີ່່ຈະໄປແມ່ນໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າລາດຊະການແຂວງໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທີ່ມີຄວາມຈໍາເປັນໄປປິ່ນປົວ ຫຼື ກວດສຸຂະພາບ ຕາມແພດນັດ ຫຼື ໄປຮັກສາແບບຕໍ່ເນື່ອງ ເຊິ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ ສຳລັບນັກສຶກສາລາວ ຫຼື ຄົນລາວ ທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020 ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວ ກໍ່ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນລາວ ຢູ່ປະເທດທີ່ຕົນອາໄສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວ ກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຈໍາກັດບໍລິເວນ 14 ວັນ. ທ່ານ ຮສ ດຣ. ພູທອນ […]

ຄົນເຈັບລາວ ທີ່ຈະໄປປິ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ Read More »