ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ ລາວ ເປັນມື້ທີ 39 ຕິດຕໍ່ກັນ

ຄະນະສະເພາະກິດລາຍງານປະຈຳວັນທີ 21 ພຶດສະພາວ່າ: 1 ວັນຜ່ານມາໄດ້ນຳຕົວຢ່າງມີກວດ 69 ຕົວຢ່າງເຊິ່ງຜົນອອກມາເປັນລົບ,​ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 05 ຄົນ ຍິງ 04 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ການກວດວິເຄາະຫາເຊື້ອພະຍາດ ຈຳນວນ 02 ຄົນ, ຍັງເປັນຜົນບວກ ບໍ່ສາມາດ ອອກໂຮງໝໍໄດ້ ແລະຈະໄດ້ສືບຕໍ່ຕິດຕາມຕໍ່ໄປ ! ໝາຍຄວາມວ່າໃນວັນທີ 20ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ພຶດສະພາ2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ4,812 ຕົວຢ່າງ,ກວດພົບເຊື້ອສະສົມ19ຄົນ.

ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ ລາວ ເປັນມື້ທີ 39 ຕິດຕໍ່ກັນ Read More »