May 25, 2020

ໄຂ້ຍຸງລາຍລະບາດໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ

ສູນຂ່າວສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ປັດຈຸບັນ ເຊື້ອພະຍາດໄຂ້ຍຸງລາຍ ພວມແຜ່ລະບາດເປັນວົງກວ້າງໃນທົ່ວປະເທດ ພຽງແຕ່ 9 ມື້ (12-21/05/2020) ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນ 149 ກໍລະນີ; ນັບແຕ່ວັນທີ 28 ທັນວາ 2019-11 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 1.069 ກໍລະນີ, ເສຍຊີວິດ 2 ຄົນ ແລະ ມາຮອດວັນທີ 20 ພຶດສະພາ 2020 ນີ້ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 1.263 ກໍລະນີ. ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາໃຫ້ຮູ້ຕື່ມວ່າ: ສະເພາະນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 334 ກໍລະນີ, ເສຍຊີວິດແລ້ວ 1 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 188 ກໍລະນີ, ແຂວງວຽງຈັນ 173 ກໍລະນີ, ຄຳມ່ວນ […]

ໄຂ້ຍຸງລາຍລະບາດໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ Read More »

ຜູ້ມີຈຸດປະສົງຢາກເດີນທາງເຂົ້າ-ອອກປະເທດ ຕ້ອງດຳເນີນເອກະສານຕາມຄຳແນະນຳກະຊວງການຕ່າງປະເທດ

ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ, ຊຶ່ງເປັນໂອກາດໃຫ້ພາກທຸລະກິດກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າໄດ້ກັບຄືນມາດຳເນີນກິດຈະການ ຫຼື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ ແຕ່ພ້ອມດຽວກັນນີ້ກໍ່ເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ດ່ານຊາຍແດນສາກົນກັບປະເທດໃກ້ຄຽງແມ່ນໄດ້ເປີດບໍລິການທັງໝົດ ເປັນຕົ້ນວ່າ: ລາວ-ຈີນ, ລາວ-ຫວຽດນາມ, ລາວ-ກຳປູເຈຍ, ລາວ-ໄທ. ສະນັ້ນ, ຄົນລາວ ຫຼື ຄົນຕ່າງປະເທດ ມີຈຸດປະສົງຢາກເດີນທາງ ເຂົ້າ-ອອກ ປະເທດກໍ່ສາມາດດຳເນີນເອກະສານ ຂໍອະນຸຍາດ ຕາມຄຳແນະນຳ ກະຊວງການຕ່າງປະເທດ ແລະ ລະບຽບການຂອງປະເທດທີ່ຈະເດີນທາງໄປ. ສະເພາະ ສປປ ລາວ ເຮົາແມ່ນໄດ້ກັ່ນກອງຢ່າງເຂັ້ມງວດ ຜູ້ທີ່ເດີນທາງເຂົ້າມາຕາມແຕ່ລະດ່ານຊາຍແດນ ແລະ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ

ຜູ້ມີຈຸດປະສົງຢາກເດີນທາງເຂົ້າ-ອອກປະເທດ ຕ້ອງດຳເນີນເອກະສານຕາມຄຳແນະນຳກະຊວງການຕ່າງປະເທດ Read More »