ເອກອັກຄະລັດຖະທູດສະຫະລັດອາເມລິກາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງສາທາລະນະນສຸກ
ວັນທີ 10 ກຸມພາ 2020 ໄດ້ມີພິທີການມອບຮັບການຊ່ວຍເຫຼືອ ເຄື່ອງອຸປະກອນ ການແພດ ເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ; ໂດຍ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮັບການຊ່ວຍເຫຼືອ ເຄື່ອງອຸປະກອນດັ່ງກ່າວ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ. ໃນພິທີມອບຮັບດັ່ງກ່າວ, ທ່ານທູດປີເຕີ ກ່າວວ່າ: ພິທີມອບຮັບນີ້ໄດ້ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງສາຍສຳພັນການຮ່ວມມືສອງຝ່າຍແບບກວມລວມຂອງ ສ. ອາເມລິກາ ແລະ ສປປ ລາວ. ການສະໜອງ ເຄື່ອງປ້ອງກັນຕົນເອງ ຈະສາມາດຊ່ວຍ ພະນັກງານການເເພດ ແລະ […]
ເອກອັກຄະລັດຖະທູດສະຫະລັດອາເມລິກາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງສາທາລະນະນສຸກ Read More »