ຕອນເຊົ້າຂອງວັນທີ 10 ກຸມພາ 2020 ນີ້, ທາງບໍລິສັດທີປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ(IHC) ໄດ້ນໍາເອົາຢາ ແລະ ອຸປະກອນການແພດ ສໍາລັບການປ້ອງກັນ ແລະ ກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ (corona virus) ມາມອບໃຫ້ລັດຖະບານລາວ ຊື່ງພິທີມອບ-ຮັບໄດ້ຈັດຂື້ນກະຊວງການເງິນ ລະຫວ່າງທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ(IHC) ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel corona virus: NCov).
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດຈໍານວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ 2.500 ຫຼອດ, ຖົງມື ຈໍານວນ 100.000 ຄຸ່ ລວມມູນຄ່າທັງໝົດປະມານ 100.000 ໂດລາສະຫະລັດ
ເນື່ອງໃນໂອກາດນີ້ ທ່ານສົມດີ ດວງດີ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ກ່າວຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດດັ່ງກ່າວທ່ີໄດ້ນໍາເອົາຢາ ແລະ ອຸປະກອນການແພດມາຊ່ວຍເຫຼືອຄັ້ງນີ້ ຊື່ງເປັນການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນປະຈຸບັນເປັນຢ່າງຍິ່ງ ເພື່ອປະກອບສ່ວນເຂົ້າໃນວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ເຊື້ອລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel corona virus: NCov).ຢູ່ໃນສປປ ລາວໃຫ້ມີປະສິດພາບ, ພ້ອມກັນນັ້ນ ກໍໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງຂອງກະຊວງສາທາລະນະສຸກນໍາເອົາເຄື່ອງຊ່ວຍດ່ັງກ່າວໄປຄຸ້ມຄອງ ແລະ ນໍາໃຊ້ໃຫ້ມີປະສິດທິຜົນ