ເອກອັກຄະລັດຖະທູດສະຫະລັດອາເມລິກາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງສາທາລະນະນສຸກ

ວັນທີ 10 ກຸມພາ 2020 ໄດ້ມີພິທີການມອບຮັບການຊ່ວຍເຫຼືອ ເຄື່ອງອຸປະກອນ ການແພດ ເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ; ໂດຍ  ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮັບການຊ່ວຍເຫຼືອ ເຄື່ອງອຸປະກອນດັ່ງກ່າວ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ.

ໃນພິທີມອບຮັບດັ່ງກ່າວ, ທ່ານທູດປີເຕີ ກ່າວວ່າ: ພິທີມອບຮັບນີ້ໄດ້ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງສາຍສຳພັນການຮ່ວມມືສອງຝ່າຍແບບກວມລວມຂອງ ສ. ອາເມລິກາ ແລະ ສປປ ລາວ. ການສະໜອງ ເຄື່ອງປ້ອງກັນຕົນເອງ ຈະສາມາດຊ່ວຍ ພະນັກງານການເເພດ ແລະ ສາທາລະນະສຸກ ໃນສະຖານະການທີ່ຫຍຸ້ງຍາກ, ດັ່ງທີ່ ປະເທດລາວ ພະຍາຍາມທີ່ ປ້ອງກັນການແຜ່ຂອງພະຍາດຕິດເເປດແບບໃໝ່ນີ້ ລວມທັງພະຍາດໂຄໂຣນາ. ພວກເຮົາພູມໃຈທີ່ໄດ້ສະໜັບສະໜູນບັນດາແພດ ໝໍ ແລະ ປະຊາກອນກຸ່ມສ່ຽງໃນພາລະກິດນີ້.

ອຸປະກອນເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ຖົງມື ແບະ ເຄື່ອງອະນາໄມມື. ອຸປະກອນເຫຼົ່ານີ້ແມ່ນຈະໄດ້ຖືກນຳສົ່ງຕໍ່ໄປໃຫ້ກັບບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ກຳລັງ ມີຄວາມຕ້ອງການສູງ.