ກະຊວງສາທາລະນະສຸກ ຢືນຢັນ ! ຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ອັກເສບປອດ ສາຍພັນໃໝ່

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຢັ້ງຢືນວ່າ: ມາຮອດປະຈຸບັນນີ້ ລາວຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ອັກເສບປອດ ສາຍພັນໃໝ່(corona virus). ພາຍຫລັງສັງຄົມເປັນຫ່ວງເຖິງມາດຕະການ ການວິເຄາະເພື່ອຊອກຫາເຊື້ອພະຍາດ. ທ່ານ ຮສ.ດຣ. ບຸນກອງສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຢັ້ງວ່າ: ກະຊວງສາທາລະນະສຸກໄດ້ເຮັດວຽກຮ່ວມກັບອົງອົງການອະໄມໂລກ (WHO) ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບພະຍາດອັກເສບປອດ ສາຍພັນໃໝ່ (corona virus) ຜົນການກວດແຕ່ລະຄັ້ງ ລວ້ນແຕ່ມີປະສິດທິພາບ ຜ່ານເຄື່ອງວິເຄາະຂໍ້ມູນທີ່ໄດ້ມາດຕະຖານ ແລະ ສາມາດຮັບປະກັນໄດ້ຢ່າງແນ່ນອນ. ສະນັ້ນ, ຈື່ງເປັນໜ້າເຊື່ອຖື, ໜັ້ນໃຈໄດ້ວ່າ, ປະຈຸບັນຍັງບໍ່ລາຍງານການຕິດເຊື້ອພະຍາດອັກເສບປອດ ສາຍພັນໃໝ່ (corona virus). ຢ່າງໃດກໍ່ຕາມລັດຖະບານກໍ່ຄືກະຊວງສາທາລະນະສຸກ ໄດ້ສືບຕໍ່ກະກຽມຄວາມພ້ອມ ເພື່ອຮັບປະກັນພະຍາດນີ້ ຢ່າງເຂັ້ມຫງວດ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີການຕິດເຊື້ອໃນລາວ ແລະ ຖ້າຫາກພົບຄົນຕິດພະຍາດຈະພະຍາຍາມຈໍາກັດ ການແຜ່ລະບາດຢ່າງທັນການ

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ລາວມີການລາຍງານກໍລະນີສົງໃສທັງໝົດ 19 ກໍລະນີ ແຕ່ຜ່ານການກວດວິເຄາະ ແລ້ວບໍ່ພົບເຊື້ອພະຍາດນີ້ແຕ່ຢ່າງໃດ. ສໍາລັບການຕິດຕາມກໍລະນີສໍາຜັດໃກ້ຊິດກັບຄົນເຈັບທີ່ຖືກຢັ້ງຢືນວ່າຕິດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ທີ່ເຂົ້າມາທ່ຽວລາວແລ້ວກັບຄືນເມືອກວດຢູ່ ສ ຈີນນັ້ນ, ໄດ້ຕິດຕາມຢ່າງໃກ້ຊິດ ທັງບຸກຄົນທີ່ເຮັດວຽກໃນການບໍລິການກຸ່ມທ່ອງທ່ຽວ, ພະນັກງານຂັບລົດ, ຜູ້ບໍລິການໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ທຸກຄົນທີມີການສໍາຜັດຢູ່ແຂວງຫຼວງພະບາງຈໍານວນ 86 ຄົນ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງ ຜົ້ງສາລີ ເຫັນວ່າທັງໝົດມີສຸຂະພາບແຂງແຮງດີ