admin

Avatar

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Mr. Prashant Agrawal, ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ ເນື່ອງຈາກໄດ້ຮັບແຕ່ງຕັ້ງມາເຮັດວຽກ ປະຈໍາຢູ່ ສປປ ລາວ. ວັນທີ 4 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ Read More »

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ​ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຮົງກາລີ ແລະ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດແບນຊິກ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຄໍາພອນ ວົງສັນຕິ ຫົວໜ້າການບໍລິການສະຖານທູດ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປລາວ ປະຈໍາຢູ່ ສາທາລະນະລັດ ຮົງກາລີ ແລະ ທ່ານ ກິງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາຢູ່ ປະເທດແບນຊິກ ເພື່ອຮັບຟັງການໂອ້ລົມ ແລະ ຂໍທິດຊີ້ນຳໄປຜັນຂະຫຍາຍໃນອະນາຄົດ ວັນທີ 3 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ​ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຮົງກາລີ ແລະ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດແບນຊິກ Read More »

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະມາຊິກສະພາສູງຂອງປະເທດຍີ່ປຸ່ນ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Ms. TAKAHASHI Harumi ສະມາຊິກສະພາສູງ, ຫົວໜ້າຄະນະກວດກາໂຄງການ ODA, ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ອົງການໄຈກາ ປະຈຳ ສປປ ລາວ ພ້ອມດ້ວຍທີມງານ ເນື່ອງໃນໂອກາດທີ່ໄດ້ມາຕິດຕາມຊຸກຍູ້ໂຄງການຊ່ວຍເຫຼືອ ODA ຂອງປະເທດຍີ່ປຸ່ນ ວັນທີ 3 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະມາຊິກສະພາສູງຂອງປະເທດຍີ່ປຸ່ນ Read More »

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຂອງອົງການ UNOPS

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂອງອົງການ UNOPS ເນື່ອງໃນໂອກາດທີ່ທີມງານໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນນັ້ນກໍ່ໄດ້ ປຶກສາຫາລືບັນຫາທີ່ກ່ຽວກັບວຽກສາທາລະນະສຸກໃນປະຈຸບັນ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊີ່ງຝ່າຍຄະນະຜູ້ແທນຂອງອົງການ UNOPS ທີ່ເຂົ້າພົບແມ່ນ ທ່ານ Samina Kadwani – Director, UNOPS Southeast Asia and Pacific Multi-Country Office (EAPMCO), Bangkok, Thailand ແລະ ທີມງານທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ວັນທີ 31 ກໍລະກົດ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຂອງອົງການ UNOPS Read More »

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ ແລະ ເຂັມສັກຢາຈຳນວນໝຶ່ງ, ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານມາເລເຊຍ ການຊ່ວຍເຫຼືອແບບພິເສດໃນຄັ້ງນີ້ຈະເປັນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານການກັນ ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ໂດຍສະເພາະກໍ່ແມ່ນການເພີ່ມທະວີອັດຕາການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19. ໃຫ້ແກ່ພົນລະເມືອງລາວໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍຂອງລັດຖະບານໃຫ້ກວມເອົາຫຼາຍກວ່າ 50% ໃນທ້າຍປີ 2021 ແລະ ໃຫ້ເພີ່ມຂື້ນເປັນ 87,25% ໃນປີ 2022. ໃຫ້ກຽດຕ່າງໝ້າແກ່ລັດຖະບານມາເລເຊຍ ມອບໂດຍ ທ່ານ. ນາງ. ຮາຟີກາ ຮາຊູລະ, ອຸປະທູດມາເລເຊຍ ປະຈຳ ສປປ ລາວ ແລະ ຕ່າງໝ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບການຊ່ວຍເຫຼືອໂດຍ ທ່ານ. ປອ. ດຮ.ບຸນແຝງ ພູມມະໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມກົມກອງຂະແໝງການທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍທີ່ໃຫ້ການຊ່ວຍເຫຼືອແກ່ ສປປ

ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19. ຍີ່ຫໍ Astrazeneca ຈຳນວນ 283,400ໂດຮ Read More »

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ ຢູ່ ສປປລາວ ໄລຍະ3 ລະຫວ່າງກະຊວງສາທາລະນະສຸກ ແລະ ອົງການກາແດງສະວິດສ໌ ປະຈຳ ສປປ ລາວ ໄດ້ຈັດຂື້ນໃນວັນທີ່ 15 ທັນວາ 2021 ທີ່ກະຊວງສາທາລະນະສຸກ, ໂດຍການເຂົ້າຮ່ວມຂອງທ່ານ ດຮ. ສະໝອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕ່າງໝ້າໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດໂດຍ ທ່ານ ປທ ນາງ ອາພອນ ວິຊາເທບ ຫົວໝ້າຫ້ອງການປະກັນສຸຂະພາບແຫງຊາດ ແລະ ທ່ານ. ຊັງມາກ ໂຕເມ ຜູ້ຕ່າງໝ້າອົງການກາແດງສະວິດ໌ປະຈຳ ສປປ ລາວ. ພ້ອມກັນນັ້ນກໍມີຫ້ອງການກະຊວງ,ບັນດາກົມກອງ,ກະຊວງຕ່າງປະເທດ,ກະຊວງກະສີກຳແລະປ່າໄມ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ຜ່ານລະບົບປະຊຸມທາງໄກ. ໂຄງການດັ່ງກ່າວແມ່ນການຮ່ວມມື ແລະ ສະໝັບສະໝູນດ້ານວິຊາການ ແລະ ງົບປະມານພາຍໃຕ້ຂອບຂອງຫ້ອງການປະກັນສຸຂະພາບແຫ່ງຊາດ,ກະຊວງສາທາລະນະສຸກເຊິ່ງສຸມໃສ່ການປະຕິຮູບກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຂັມແຂງໃຫ້ແກ່ຫ້ອງການປະກັນສຸຂະພາບໃນຂອບເຂດທົ່ວປະເທດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ໂຄງການມີໄລຍະເວລາ 3ປີ ຈະສິ້ນສຸດໃນວັນທີ່ 31 ທັນວາ 2024. ໂດຍທຶນສະໝັບສະໝູນຂອງອົງການກາແດງສະວິດສ໌ລວມມູນຄ່າທັງໝົດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນລາວ Read More »

ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ

ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ ຊື່ງເປັນປະເທດຄູ່ຮ່ວມພັດທະນາ ໃນວຽກງານແກ້ໄຂສິ່ງທ້າທາຍ ແລະ ຕອບໂຕ້ ສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ. ເພື່ອແກ້ໄຂສະພາບການທີ່ຈຳນວນກໍລະນີຕິດເຊຶ້ອພະຍາດໂຄວິດ-19 ໄດ້ເພີ່ມຂື້ນຢ່າງຫຼວງຫຼາຍໃນໄລຍະໃໝ່ນີ້ ດັ່ງນັ້ນ, ລັດຖະບານລຸກຊຳບວກ ຈຶ່ງໄດ້ສັນຍາໃຫ້ການສະໜັບສະໜູນເພີ້ມເຕີມ 1,200,000 ເອີໂຣ. ພິທີມອບ-ຮັບການສະໜັບສະໜູນເພີ້ມເຕີມ 1,200,000 ເອີໂຣ, ແມ່ນໄດ້ຈັດຂື້ນຢ່າງເປັນທາງການທີ່ກະຊວງສາທາລະນະສຸກ, ໂດຍການເຂົ້າຮ່ວມທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Sam Schreiner ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ, ທ່ານຜູ້ຕາງໜ້າສະຫະພາບເອີລົບ ອາເມລິກາ-ກະຊວງການຕ່າງປະເທດ, ກົມຮ່ວມມືສາກົນ-ກະຊວງການຕ່າງປະເທດ, ຕາງໜ້າອົງການລຸກຊຳບວກ ປະຈຳລາວ, ອົງການ WHO ປະຈໍາລາວ, ອົງການ ຈ້າຍ CHAI, ບັນດາຫົວໜ້າກົມ, ຫົວໜ້າສູນ, ຕາງໜ້າສະຖາບັນປັດສະເຕີລາວ IPL ແລະ ພະນັກງານຂັ້ນສູງອື່ນໆເຂົ້າຮ່ວມ. ກະຊວງສາທາລະນະສຸກ.

ລັດຖະບານຣາຊະອານາຈັກລຸກຊໍາບວກ ສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ສປປ ລາວ Read More »

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌

ໃນມື້ນີ້, ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ ໂດຍຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX. ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100,800 ໂດສ໌ ຈາກປະເທດຟິນແລນ, 199,200 ໂດສ໌ ຈາກປະເທດສວີເດນ ແລະ

ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ Read More »