admin

Avatar

ສປປ ລາວ ໄດ້ສຳເລັດການລົບລ້າງພະຍາດຂາຊ້າງແລ້ວ!

ມື້ນີ້, ອົງການອະນາໄມໂລກ ໄດ້ປະກາດຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງສາທາລະນະສຸກອີກຕໍ່ໄປ. ພາຍໃນກອງປະຊຸມທີ່ມະນິລາ ປະເທດຟິລິບປິນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບການສະແດງຄວາມຊົມເຊີຍຈາກ ດຣ ເທດຣອສ ອັດຮານອມ ເກເເບຣເຢຊັສ Dr Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ. ພະຍາດຂາຊ້າງ ແມ່ນພະຍາດແມ່ກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະບາງສ່ວນຂອງຮ່າງກາຍໃຫຍ່ຂຶ້ນ ເຊິ່ງສົ່ງຜົນໃຫ້ມີອາການເຈັບປວດ, ພິການແບບຮຸນແຮງ, ຖືກລັງກຽດ ແລະ ມີຄວາມຫຍຸ້ງຍາກໃນທາງດ້ານການເງິນຕາມມາ. ໃນປີ 2002, ໃນ ສປປ ລາວ ມີພຽງແຂວງອັດຕະປືເທົ່ານັ້ນທີ່ມີການລະບາດແບບບົ່ມຊ້ອນ ເຊິ່ງພະນັກງານສາທາລະນະສຸກໃນທ້ອງຖິ່ນ ສົມທົບກັບຄູ່ຮ່ວມງານສາກົນ ກໍໄດ້ມີການດຳເນີນກິດຈະກໍາການກິນຢາປິ່ນປົວໃນຊຸມຊົນທີ່ມີຄວາມສ່ຽງ ນັບແຕ່ປີ 2012-2017 ແລະ ຍັງມີການຊ່ວຍເຫຼືອໃນດ້ານການປິ່ນປົວ, ການລົງເກັບກຳຂໍ້ມູນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ. ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ຜົນສໍາເລັດຂອງພວກເຮົາທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນມາຈາກເຫື່ອແຮງການຈັດຕັ້ງປະຕິບັດວຽກງານຮ່ວມກັນ […]

ສປປ ລາວ ໄດ້ສຳເລັດການລົບລ້າງພະຍາດຂາຊ້າງແລ້ວ! Read More »

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ ມູນຄ່າ : 109,058 $ ໂດລາ ສະຫະລັດ ໂຄງການນີ້ແມ່ນໄດ້ຊ່ວຍເຫຼືອຄົນເຈັບເປັນພະຍາດເບົາຫວານແຕ່ ປີ 2016 ໄດ້ລົງນາມເຊັນ MOA ໃນ ວັນທີ 26 ກຸມພາ 2019 ຈົນຮອດປະຈຸບັນນີ້ 20 ກັນຍາ 2023, ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ເອ່ລີ້ ລິນລີ້ (Eli lilly) ຂົນສົ່ງໂດຍໜ່ວຍງານ ດີເຣັກ ຣິລິບ (Direct Relief) ໄປໃຫ້ອົງການ Action4 (Diabetes R4D) ແລະ ໄດ້ມາມອບໃຫ້ໂຮງໝໍມະໂຫສົດເພື່ອສະໜອງການດູແລທີ່ຈຳເປັນແກ່ໄວໜຸ່ມ ເປັນພະຍາດເບົາຫວານ ທີ່ດຳລົງຊິວິດຮ່ວມກັບພະຍາດເບົາຫວານປະເພດທີ 1 (T1D) ທັງເປັນການຊ່ວຍເຫຼືອໃນການພັດທະນາ ແລະ ຍົກສູງຄຸນະພາບທາງດ້ານການປິ່ນພະຍາດເບົາຫວານ ໃຫ້ນັບມື້ດີຂື້ນໄປເລື້ອຍໆ ລວມເຖິງການປ້ອງກັນບໍ່ໃຫ້ເກີດມີອາການສົນກະທັນຫັນ, ຊຳເຣຶ້ອ ແລະ ຫຼຸດອັດຕາການເສຍຊິວິດ ຂອງເດັກນ້ອຍທີ່ເປັນບົາຫວານຊະນິທີ 1.

ພິທີ ມອບ-ຮັບ ຢາອິນຊຸລິນ (Insulin) ແບບໃໝ່ໃຫ້ໂຮງໝໍມະໂຫສົດ Read More »

ການເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີສອງຂອງ ສປປ ລາວ

ວັນທີ 8 ກັນຍາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ: ຖືວ່າເປັນບາດກ້າວອັນສໍາຄັນສໍາລັບວຽກງານການປິ່ນປົວສຸຂະພາບ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ທີ່ໄດ້ມີການເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 2 ທີ່ໂຮງໝໍແຂວງສະຫວັນນະເຂດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO), ເຮັດໃຫ້ໂຮງໝໍແຂວງສາມາດຜະລິດອົກຊີແຊນໄດ້ເອງເປັນຄັ້ງທຳອິດ. ນອກຈາກນີ້, ຍັງມີເຄື່ອງຜະລິດອົກຊີແຊນອີກ 2 ເຄື່ອງທີ່ຄືກັນນີ້ ກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຢູ່ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍແຂວງຫຼວງພະບາງ ແລະ ຈະເປີດການໃຊ້ງານພາຍໃນເດືອນ, ສອງເດືອນຂ້າງໜ້ານີ້. ເຄື່ອງຜະລິດອົກຊີແຊນທັງ 3 ເຄື່ອງ ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກອົງການອະນາໄມໂລກ ທີ່ມີມູນຄ່າ 33.5 ຕື້ ກີບ (1.7 ລ້ານ ໂດລາສະຫະລັດ) ເຊິ່ງເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ຈະສາມາດສະໜອງອົກຊີແຊນພຽງພໍເພື່ອຊ່ວຍເຫຼືອຄົນເຈັບຫຼາຍສິບພັນຄົນໄດ້ໃນແຕ່ລະປີ. ເຄື່ອງຜະລິດອົກຊີແຊນເຄື່ອງທຳອິດຂອງປະເທດ ແມ່ນໄດ້ຕິດຕັ້ງ ແລະ ເປີດການນຳໃຊ້ໃນເດືອນກຸມພາ ປີ 2023 ຢູ່ໂຮງໝໍແຂວງຈຳປາສັກ, ໂດຍໄດ້ຮັບການຊ່ວຍເຫຼືອຈາກກອງທຶນໂລກ (GF) ແລະ ກອງທຶນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງຄລິນເຕິນ

ການເປີດນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີສອງຂອງ ສປປ ລາວ Read More »

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Mr. Prashant Agrawal, ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ ເນື່ອງຈາກໄດ້ຮັບແຕ່ງຕັ້ງມາເຮັດວຽກ ປະຈໍາຢູ່ ສປປ ລາວ. ວັນທີ 4 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ Read More »

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ​ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຮົງກາລີ ແລະ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດແບນຊິກ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຄໍາພອນ ວົງສັນຕິ ຫົວໜ້າການບໍລິການສະຖານທູດ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປລາວ ປະຈໍາຢູ່ ສາທາລະນະລັດ ຮົງກາລີ ແລະ ທ່ານ ກິງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາຢູ່ ປະເທດແບນຊິກ ເພື່ອຮັບຟັງການໂອ້ລົມ ແລະ ຂໍທິດຊີ້ນຳໄປຜັນຂະຫຍາຍໃນອະນາຄົດ ວັນທີ 3 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ​ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຮົງກາລີ ແລະ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດແບນຊິກ Read More »

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະມາຊິກສະພາສູງຂອງປະເທດຍີ່ປຸ່ນ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Ms. TAKAHASHI Harumi ສະມາຊິກສະພາສູງ, ຫົວໜ້າຄະນະກວດກາໂຄງການ ODA, ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ອົງການໄຈກາ ປະຈຳ ສປປ ລາວ ພ້ອມດ້ວຍທີມງານ ເນື່ອງໃນໂອກາດທີ່ໄດ້ມາຕິດຕາມຊຸກຍູ້ໂຄງການຊ່ວຍເຫຼືອ ODA ຂອງປະເທດຍີ່ປຸ່ນ ວັນທີ 3 ສິງຫາ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະມາຊິກສະພາສູງຂອງປະເທດຍີ່ປຸ່ນ Read More »

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຂອງອົງການ UNOPS

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂອງອົງການ UNOPS ເນື່ອງໃນໂອກາດທີ່ທີມງານໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນນັ້ນກໍ່ໄດ້ ປຶກສາຫາລືບັນຫາທີ່ກ່ຽວກັບວຽກສາທາລະນະສຸກໃນປະຈຸບັນ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊີ່ງຝ່າຍຄະນະຜູ້ແທນຂອງອົງການ UNOPS ທີ່ເຂົ້າພົບແມ່ນ ທ່ານ Samina Kadwani – Director, UNOPS Southeast Asia and Pacific Multi-Country Office (EAPMCO), Bangkok, Thailand ແລະ ທີມງານທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ວັນທີ 31 ກໍລະກົດ 2023 ທີ່ກະຊວງສາທາລະນະສຸກ

ກະຊວງສາທາລະນະສຸກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຂອງອົງການ UNOPS Read More »