admin

Avatar

ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກຳເນີດໂລກປະຈຳປີ 2024

   ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກຳເນີດໂລກປະຈຳປີ 2024 ຂື້ນທີ່ສູນຄ້າວຽງຈັນເຊັນເຕີ, ເຊິ່ງໃນງານໄດ້ມີບັນຍາກາດຄຶກຄື້ນໄດ້ເຫັນການສະແດງຄວາມສາມາດຂອງຊາວໜຸ່ມໂດຍຜ່ານການສະແດງທີ່ຫຼາກຫຼາຍເຊັນ: ການສະແດງດົນຕີ, ການເຕັ້ນ ແລະ ການສະແດງລະຄອນ.ນອກຈາກນັ້ນຍັງມີການໂຕ້ວາທີລະຫວ່ານັກສຶກສາ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ພາຍໃຕ້ຫົວຂໍ້: ທາງເລືອກສຳລັບທຸກຄົນ, ເສລີພາບໃນການວາງແຜນ, ອຳນາດໃນການເລືອກ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ບາກທິຢໍ ຄາດີຣ໊ອບ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນໂລກ ປະຈຳ ສປປ ລາວ ແລະ ຫົວໜ້າກົມ, ຮອງກົມ, ພາກສ່ວນຕ່າງໆເຂົ້າຮ່ວມ. ວັນທີ 25 ກັນຍາ 2024, ທີ່ ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ

ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກຳເນີດໂລກປະຈຳປີ 2024 Read More »

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມອະນາໄມ ແລະ ສົ່ງເສີມສຸຂະພາບ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ເປີດຂື້ນຢ່າງເປັນ ທາງການ, ໃຫ້​ກຽດເຂົ້າຮ່ວມ​ເປັນ​ປະ​ທານໂດຍ ​ສະຫາຍ ປະຣິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ​ກໍາມະການ ສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ປະຣິນຍາເອກ ດຣ. ບຸນຊູ ແກ້ວຫາວົງ ກຳມະການພັກກະຊວງ ຮອງຄະນະທິມງານ ທີ 1 ຫົວ​ໜ້າ​ກົມ​ອາ​ຫານ ແລະ ​ຢາ ເປັນ ຄະນະປະທານ, ສະຫາຍ ດຣ. ນ. ພອນປະເສີດ ໄຊຍະມຸງຄຸນ ຮັກສາການເລ​ຂາ​ໜ່ວຍ​ພັກ, ຫົວ​ໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເປັນ ຄະ​ນະ​ປະ​ທານ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງ 03 ອົງການຈັດຕັ້ງມະ ຫາຊົນເຂົ້າຮ່ວມ ທັງໝົດ 44 ສະຫາຍ, ມີສະມາຊິກພັກສົມບູນທີ່ມີສິດປ່ອນບັດຄັດເລືອກທັງໝົດ 16 ສະ ຫາຍ,

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມອະນາໄມ ແລະ ສົ່ງເສີມສຸຂະພາບ Read More »

ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກຮາກຖານສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

   ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກຮາກຖານສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ ໄດ້ເປີດຂື້ນຢ່າງເປັນ ທາງການ ໃນວັນທີ່ 23/9/2024, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປະຣິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ກໍາມະການ ສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ຮສ ດຣ ບຸນຖົມ ຊາມົນຕີ ຄະນະປະຈໍາພັກ ຄະນະພັະກະຊວງ, ອະທິການບໍດີ ມະຫາວິທະຍາໄລວທະຍາສາດສຸຂະພາບ ຫົວໜ້າທີມງານ ສາຍແຜນງານທີ່ 5 ເປັນຄະນະປະທານ, ສະຫາຍ ປທ ດຣ. ນ. ລັດສະໝີ ສຽງສູນທອນ, ເລຂາໜ່ວຍພັກ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ ເປັນ ຄະນະປະທານ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງ 03 ອົງ ການຈັດຕັ້ງມະຫາຊົນເຂົ້າຮ່ວມ ທັງໝົດ

ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກຮາກຖານສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ Read More »

ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມ ວຽກງານກວດສອບພາຍໃນ

ໃນລະຫວ່າງວັນທີ 16 – 27 ກັນຍາ 2024 ກົມກວດກາ, ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມ ວຽກງານກວດສອບພາຍໃນ ໂດຍໄດ້ຮັບການສະຫນັບສະຫນູນຈາກ ທະນາຄານໂລກ, ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ ສະຫນອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ ກ່ຽວຂ້ອງ ແລະ ພະນັກງານຂອງກົມກວດກາ ກະຊວງສາທາລະນະສຸກ ເຂົ້າຮ່ວມທັງຫມົດຈຳນວນ 27 ທ່ານ;ຈຸດປະສົງ ຂອງການຝຶກອົບຮົມໃນເທື່ອນີ້ແມ່ນ ເພື່ອເຮັດໃຫ້ພະນັກງານ ກົມກວດກາ ກໍາໄດ້ບັນຫາຕິດພັນ ກັບວຽກງານວິຊາສະເພາະກວດສອບ ຄື: 1) ການເກັບກໍາຂໍ້ມູນຂອງເປົ້າຫມາຍຖືກກວດສອບ ເພື່ອວິເຄາະ, ວິໄຈ ໃນການສ້າງແຜນການກວດສອບ ປະຈາປີ, ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ; 2). ການເກັບກໍາຂໍ້ມູນຫຼັກຖານການກວດສອບ ເພື່ອສ້າງເອກະສານປະຕິບັດງານກວດສອບ, ການປະສານສົມທົບລາຍ ງານໃນເວລາການດໍາເນີນການກວດສອບ ເພື່ອປ້ອງກັນຄວາມສ່ຽງຂໍ້ມູນຜົນການກວດສອບ ບໍ່ລະອຽດ ແລະ ຊັດ ເຈນ; 3). ການດໍາເນີນການກວດສອບໃນເງື່ອນໄຂປັດຈຸບັນໃຫ້ມີຄວາມເລິກເຊິ່ງ, ແທດເຖິງ

ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມ ວຽກງານກວດສອບພາຍໃນ Read More »

ກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການໂຮງແຮມ

ກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການໂຮງແຮມ, ຮ້ານອາຫານ ທີ່ຈະຮັບໃຊ້ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024. – ເພື່ອຮັບປະກັນທາງດ້ານອະນາໄມສິ່ງແວດລ້ອມ ແລະ ສຸຂານາໄມອາຫານ ໃຫ້ມີຄວາມສະອາດ, ປອດໄພ ຂອງບັນດາໂຮງແຮມ ແລະ ຮ້ານອານຫານ ໃນການກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ. – ເພື່ອມອບໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການ ທີ່ຜ່ານມາດຖານສຸຂານາໄມອາຫານ ຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ. ສັງລວມບັນດາທຸລະກິດໂຮງແຮມລະດັບ 4-5 ດາວ, ມີ 24 ໂຮງແຮມ ແລະ ຮ້ານອາຫານ ມີ 3 ແຫ່ງ ລວມທັງໝົດ 27 ແຫ່ງ ທີ່ໄດ້ຜ່ານການກວດ ແລະ ລົງຕິດຕາມ ບັນດາຫົວໜ່ວຍທຸລະກິດດັ່ງກ່າວ .

ກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການໂຮງແຮມ Read More »

ສາມອົງການຈັດຕັ້ງມະຫາຊົນກະຊວງສາທາລະນະສຸກທີ່ໄດ້ອອກແຮງງານເຮັດຖົງຊາຍປ້ອງກັນນຳ້ຖ້ວມ

ການນຳກະຊວງສາທາລະນະສຸກໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈ 3 ອົງການຈັດຕັ້ງມະຫາຊົນກະຊວງສາທາລະນະສຸກທີ່ໄດ້ອອກແຮງງານເຮັດຖົງຊາຍປ້ອງກັນນຳ້ຖ້ວມຕາມຈຸດຕ່າງໆໃນນະຄອນຫຼວງ, ເປັນຕົ້ນແມ່ນໂຮງໝໍ ແລະ ສະຖານທີ່ຢູ່ລຽບຕາມແຄມແມ່ນຳ້ຂອງ.  

ສາມອົງການຈັດຕັ້ງມະຫາຊົນກະຊວງສາທາລະນະສຸກທີ່ໄດ້ອອກແຮງງານເຮັດຖົງຊາຍປ້ອງກັນນຳ້ຖ້ວມ Read More »

ຮອງລັດຖະມົນຕີກະຊວງສາທາລະນະສຸກລົງຕິດຕາມການນຳໃຊ້ລົດຜະລິດນ້ຳສະອາດ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກລົງຕິດຕາມການນຳໃຊ້ລົດຜະລິດນ້ຳສະອາດຂອງພະແນກສາທາລະນະສຸກແຂວງຫຼວງນ້ຳທາ ພ້ອມທັງຊຸກຍູ້ການຜະລິດນ້ຳສະອາດໃຫ້ພຽງພໍແຈກຢາຍຜູ້ປະສົບໄພນ້ຳຖ້ວມ.  

ຮອງລັດຖະມົນຕີກະຊວງສາທາລະນະສຸກລົງຕິດຕາມການນຳໃຊ້ລົດຜະລິດນ້ຳສະອາດ Read More »

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການ, ກົມ, ສູນ ໄດ້ລົງພື້ນທີ່ນ້ຳຖ້ວມແຂວງຫຼວງນ້ຳທາ

ວັນທີ 11 ກັນຍາ 2024, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການ, ກົມ, ສູນ ໄດ້ລົງພື້ນທີ່ນ້ຳຖ້ວມແຂວງຫຼວງນ້ຳທາ, ເພື່ອມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈຜູ້ປະສົບໄພນ້ຳຖ້ວມ ພ້ອມຊີ້ນຳໃຫ້ພະແນກສາທາລະນະສຸກແຂວງສືບຕໍ່ໃຫ້ການຊ່ວຍເຫຼືອຕໍ່ຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ເປັນຕົ້ນແມ່ນການຮັກສາສຸຂະພາບ ເພື່ອໃຫ້ປະຊາຊົນມີຄວາມປອດໄພ ຈາກນັ້ນກໍ່ໄດ້ລົງຢ້ຽມຢາມຈຸດທີ່ຖືກນ້ຳຖ້ວມໂຮງໝໍແຂວງ ແລະ ສູນພັກຜູ້ປະສົບໄພນ້ຳຖ້ວມ 2 ຈຸດຄື: ສະໂມສອນດອກປີກໄກ່ ແລະ ໂຮງຮຽນ ມສ ເທດສະບານແຂວງ  

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການ, ກົມ, ສູນ ໄດ້ລົງພື້ນທີ່ນ້ຳຖ້ວມແຂວງຫຼວງນ້ຳທາ Read More »