admin

Avatar

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ”

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ” ຈັດຂຶ້ນວັນທີ 25 ມີນາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ທິມ ອາມສະຕຣອງ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ມີຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ໄດ້ມີການເຜີຍແຜ່ກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບ ສ້າງໃໝ່ ເຊິ່ງເປັນຂີດໝາຍຄວາມສໍາເລັດອັນໜຶ່ງ ພາຍໃນງານສະເຫຼີມສະຫຼອງ ໄດ້ມີການເນັ້ນຢໍ້າເຖິງບົດບາດຂອງ ບັນດານິຕິກໍາຕ່າງໆ ໃນການຮັບປະກັນສິດໃນການເຂົ້າເຖິງການບໍລິການສຸຂະພາບຂອງປະຊາຊົນທຸກຄົນ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ມື້ນີ້ ຖືເປັນໂອກາດສໍາຄັນໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ […]

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ” Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ ເພື່ອປຶກສາຫາລື ກ່ຽວກັບໂຄງການໂຮງໝໍ ມວສ ແລະ ລາຍງານໂຄງການທີ່ມີການສະໜັບສະໜູນຈາກອົງການໂກຟີ. ເຊີ່ງມີບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.   ວັນທີ 27 ມີນາ 2024 ທີ່ກະຊວງສາທາລະນະສຸກ

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ Read More »

ດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ

ໃນວັນທີ 25 ມີນາ 2024, ທີນະຄອນຫຼວງວຽງຈັນ, ບໍລິສັດ ເອວີ ທີ່ປຶກສາ ແລະ ການລົງທຶນສາກົນ ດ້ານການແພດ ຈຳກັດ (ບໍລິສັດ ວາມິກ ຈຳກັດ) ໄດ້ຈັດພິທີເປີດບໍລິສັດຢ່າງເປັນທາງການ ເຊິ່ງເປັນບໍລິສັດ ໃຫ້ຄໍາປຶກສາໃນການສ້າງຕັ້ງ, ຂໍອະນຸຍາດດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ, ເພື່ອດຶງດູດ, ຂົນຂວາຍນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມເຊື່ອຖື ແລະ ມີກໍາລັງແຮງເພື່ອມາລົງທຶນພັດທະນາລະບົບບໍລິການສຸຂະພາບຢູ່ ສປປ ລາວ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານສາກົນ ແລະ ທຸກຄົນສາມາດເຂົ້າເຖິງບໍລິການໄດ້ຢ່າງທົ່ວເຖິງ. ໃນໂອກາດດຽວກັນ, ທ່ານ ວິຊາຕີ ພົມປັນຍາ ປະທານບໍລິສັດ ວາມິກ ຈຳກັດ ກໍ່ໄດ້ລົງນາມເຊັນບົດບັນທຶກການຮ່ວມມືກັບ ທ່ານ ເລີ່ ອາ ຈຸງ, ຮອງຜູ້ອໍານວຍການບໍລິສັດ ທັງລອງ ການແພດ ຈຳກັດ ເພື່ອຮ່ວມກັນສ້າງໂຮງໝໍທີ່ມີຄຸນນະພາບຕາມມາດຖານສາກົນ ຢູ່ ທີ່

ດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ Read More »

3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດ ຂອງ 3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ກອງປະະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງເປັນຂະບວນຟົດຟື້ນ, ທັງເປັນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ. ໃນພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດຣ ໄພວັນແກ້ວປະເສີດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍ ບັນດາສະຫາຍຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະໜ່ວຍພັກ,ຫົວໜ້າ/ຮອງຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ສູນ, ໂຮງໝໍ,

3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ Read More »

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ ເພື່ອແຈ້ງເຈດຈຳນົງໃນການຊ່ວຍເຫຼືອລ້າເຂົ້າໃນວຽກງານສາທາລະນະສຸກ. ໂດຍມີຄະນະກົມ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ວັນທີ 20 ມີນາ 2024 ທີ່ກະຊວງສາທາລະນະສຸກ.  

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອແລກປ່ຽນຂໍ້ມູນການຮ່ວມມື ລາວ-ອົດສະຕຣາລີ. ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ວັນທີ 19 ມີນາ 2024 ທີ່ກະຊວງສາທາລະນະສຸກ.

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່ Read More »

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ ທີ່ໄດ້ຮັບການສະໜັບສະໜູບໂດຍ ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ເອກອັກຄະລັດຖະທູດ ສິງກາໂປ ປະຈໍາ ສປປ ລາວ ພ້ອມດ້ວຍ ສະມາຄົມນັກທຸລະກິດສິງກະໂປ, ບັນດາກົມ/ສູນ, ສະພາແຫ່ງຊາດອຸດສະຫະກຳການຄ້າ, ພະແນກສາທາລະນະສຸກນະຄອນຫຼວງ, ປະທານສະຫະພັນບານເຕາະແຫ່ງຊາດລາວ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ໄດ້ນໍາທີມແພດຊ່ຽວຊານຕາລະດັບສາກົນມາຜ່າຕັດປິ່ນປົວພະຍາດແກ່ນຕາຂຸ້ນໃຫ້ພໍ່ແມ່ປະຊາຊົນລາວໃນນະຄອນຫລວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ເຊີ່ງມີປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນຜູ້ທຸກຍາກໄດ້ເຂົ້າມາກວດເຊັກສາຍຕາ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ໂດຍສະເພາະແມ່ນພະຍາດແກ່ນຕາຂຸ້ນຊຶ່ງເຮັດໃຫ້ຕາບອດແລະ ຖືກແກ້ໄຂດ້ວຍການຜ່າຕັດແກ່ນຕາຂຸ້ນ ເພື່ອໃຫ້ໄດ້ຮັບແສງສະຫ່ວາງກັບຄືນມາໃໝ່ອີກຄັ້ງ. ກິດຈະກຳດັ່ງກ່າວ ຈະໄດ້ຈັດຂຶ້ນ ນັບແຕ່ວັນທີ 18-22 ມີນາ 2024 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ.

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ Read More »

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ)

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) ທົ່ວເມືອງຈັນທະບູລີ ຂຶ້ນໃນວັນທີ 16 ມີນາ 2024 ທີ່ ບ້ານໂພນຕ້ອງຈອມມະນີ ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສິລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍ ທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຕາງໜ້າກະຊວງສາທາລະນະສຸກ ແລະ ຫ້ອງການອ້ອມຂ້າງເມືອງ, ນາຍບ້ານ, ຮອງນາຍບ້ານ, ອສບ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ດວງຕາ ສຸລິວົງ ກ່າວວ່າ: ໃນປີ 2024 ເມືອງຈັນທະບູລີມີກໍລະນີຕິດເຊື້ອໄຂ້ຍຸງລາຍ 24 ກໍລະນີ ຍິງ 13 ກໍລະນີ ບ້ານທີ່ໄດ້ຮັບຜົນກະທົບ ຈຳນວນ 14 ບ້ານ ເທົ່າກັບ 46,66% ຂອງບ້ານພາຍໃນເມືອງ

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) Read More »