admin

Avatar

ອະນຸຍາດເປີດຂົນສົ່ງໂດຍສານພາຍໃນປະເທດ 18 ພຶດສະພາ

ຄະນະສະເພາະກິດໄດ້ລາຍງານວັນທີ 15​ ​ພຶດສະພານີ້ວ່າ: ລັດຖະບານມີມາດຕະການຜ່ອນຜັນພາຍຫຼັງ 17​ ພຶດສະພາ​ ຄື​: 1.​ ອະນຸຍາດໃຫ້ສຳນັກງານອົງການຕ່າງໆກັບມາເຮັດວຽກປົກກະຕິ,​2.​ອະນຸຍາດໃຫ້ປະຊາຊົນເດີນທາງພາຍໃນປະເທດ,​3.​ເປີດບໍລິການຂົນສົ່ງ​ແລະຜູ້ໂດຍສານລະຫວ່າງແຂວງຫາແຂວງທຸກປະເພດ.​4.​ອະນຸຍາດປະຊຸມ,​ ຝຶກອົບຮົມ 5.​ເປີດໂຮງຮຽນຊັ້ນ ປ.​5​ ມ.​3​ ມ.​7​ ວັນທີ​ 18​ ພຶດສະພາ​ສ່ວນຊັ້ນອື່ນໆ ແລະລະດັບອື່ນໆແມ່ນເປີດວັນທີ​ 2​ ມິຖຸນາ. 6.ອະນຸຍາຫຼິ້ນກິລາ, ອອກກຳລັງກາຍກາງແຈ້ງທຸກປະເພດ 7.​ ເປີດດຳເນີນທຸລະກິດ ແລະກິດຈະການຕ່າງໆເຊັ່ນ ຮ້ານອາຫານ,​ ຂອງກິນ​ສຸກ,​ ເຄື່ອງຍ່ອຍ,​ ຮ້ານ​ຕັດຜົມ,​ ຮ້ານເສີມສວຍ,​ ຕະຫຼາດ​ສົດ,​ ຊຸບເປີດມາເກັດ,​ ສູນການຄ້າ,​ ຂາຍຍົກ,​ ກາເຟ,​ ສ້ອມແປງ,​ ລ້າງອັດສີດ,​ ນໍ້າດື່ມ,​ ນວດ-ສະປາທຸກປະເພດ,​ ທ່ອງທ່ຽວ​(ຕາມການກຳນົດເວລາເປີດ-ປິດຂອງຄະນະສະເພາະກິດ) 8.ໂຄງງານ,​ ບໍລິສັດ​ແລະໂຮງງານຕາມຄຳແນະນຳເລກທີ​071/ສວກ 11ພຶດສະພາ 9.​ຄົນຕ່າງປະເທດເຂົ້າມາເຮັດວຽກໃນລາວ​ສຳລັບນັກສຶກສາ​ແລະແຮງງານ ສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມປະເທດປາຍທາງ.  

ອະນຸຍາດເປີດຂົນສົ່ງໂດຍສານພາຍໃນປະເທດ 18 ພຶດສະພາ Read More »

ເກືອບເດືອນແລ້ວທີ່ລາວບໍ່ພົບຜູ້ຕິດໂຄວິດ

ປະຈຸບັນຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ19 ຢູ່ ສປປ ລາວ ຈໍານວນ19ຄົນ ປິ່ນປົວດີແລ້ວ 13ຄົນ ແລະພວມຕິດຕາມອາການຢູ່ໂຮງໝໍພຽງແຕ່ 6ຄົນເທົ່ານັ້ນ, ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ 19 ຖະແຫລງຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 11 ພຶດສະພາ2020 ນີ້ເຖິງສະພາບການຄວບຄຸມພະຍາດໂຄວິດ19 ຢູ່ ສປປ ລາວ ວ່າ: ການເຝົ້າລະວັງ ແລະ ວິເຄາະ ໄດ້ເກັບຕົວຢ່າງມາກວດທັງໝົດ 360 ຄົນ, ໃນນັ້ນ ມີກໍລະນີສົງໄສ 16 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 299 ຄົນ ແລະ ແຮງງານໄທທີ່ເຂົ້າມາແປງສາຍໄຟຟ້າຢູ່ແຂວງໄຊຍະບູລີ 45 ຄົນ. ຜົນກວດທັງໝົດຂອງແຮງງານລາວ, ແຮງງານໄທ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 10 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ປະຈຸບັນຍັງມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ

ເກືອບເດືອນແລ້ວທີ່ລາວບໍ່ພົບຜູ້ຕິດໂຄວິດ Read More »

ຄົນເຈັບລາວ ທີ່ຈະໄປປິ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນບ່າຍໃນວັນທີ 10 ພຶດສະພາ 2020 ວ່າ ກໍລະນີຄົນເຈັບລາວ ທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານຕື່ມ ທຸກຄົນທີ່່ຈະໄປແມ່ນໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າລາດຊະການແຂວງໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທີ່ມີຄວາມຈໍາເປັນໄປປິ່ນປົວ ຫຼື ກວດສຸຂະພາບ ຕາມແພດນັດ ຫຼື ໄປຮັກສາແບບຕໍ່ເນື່ອງ ເຊິ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ ສຳລັບນັກສຶກສາລາວ ຫຼື ຄົນລາວ ທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020 ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວ ກໍ່ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນລາວ ຢູ່ປະເທດທີ່ຕົນອາໄສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວ ກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຈໍາກັດບໍລິເວນ 14 ວັນ. ທ່ານ ຮສ ດຣ. ພູທອນ

ຄົນເຈັບລາວ ທີ່ຈະໄປປິ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ Read More »

ຫຼັງ ວັນທີ 3 ພຶດສະພາ2020 ລັດຜ່ອນຜັນ ມາດຕະການ ປົດການລັອກດາວ(​ LOCK DOWN)

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພ້ອມເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ ແລະ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ປະເທດຊາດ ມີຄວາມໝັ້ນຄົງ ລັດຖະບານກໍ່ໄດ້ມີການກໍານົດມາດຕະການ ທີ່ຕ້ອງສືບຕໍ່ປະຕິບັດ ແລະ ບາງມາດຕະການທີ່ຜ່ອນຜັນໄວ້ຢ່າງລະອຽດຊັດເຈນ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໃນຕໍ່ໜ້າ ຄືດັ່ງນີ້ ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້: 1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ

ຫຼັງ ວັນທີ 3 ພຶດສະພາ2020 ລັດຜ່ອນຜັນ ມາດຕະການ ປົດການລັອກດາວ(​ LOCK DOWN) Read More »

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ໃນວັນທີ 27 ເມສາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ(ຕຶກໃໝ່) ໂດຍການຕ້ອນຮັບ ຂອງ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມຄະນະ. ນອກຈາກນີ້ ທ່ານ ດຣ ສະໜອງ ທອງຊະນະ ກໍ່ໄດ້ລາຍງານໃຫ້ຮູ້ເຖິງສະພາບການປະຕິບັດໜ້າທີ່ຂອງທີມແພດໝໍ, ການຈັດບຸກຄະລາກອນຮັບໃຊ້ໃນໜ້າວຽກດັ່ງກ່າວ ແລະ ອື່ນໆ. ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງ ການປະຕິບັດວຽກຂອງທີມແພດໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອໂຄວິດ-19, ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນຂອງແພດໝໍ ໂດຍສະເພາະແມ່ນຊີວິດການເປັນຢູ່ຂອງເຂົາເຈົ້າ ໃນຂະນະທີ່ກໍາລັງປະຕິບັດໜ້າທີ່.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ Read More »

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ

ໃນວັນທີ 27 ເມສາ 2020, ຄະນະສະເພາະກິດ ຕ້ານ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫລງຢືນຢັນຕື່ມອີກເປັນມື້ ທີ່ 15 ຕິດຕໍ່ກັນທີ່ ສປປ ລາວບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍມີການເກັບຕົວຢ່າງມາກວດທັງໝົດ 61 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 5 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 29 ຄົນ ຊຶ່ງຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສຳລັບການຕິດຕາມ ຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ລວມທັງຜູ້ເດີນທາງມາຈາກຕ່າງປະເທດ, ມາຮອດວັນທີ 26 ເມສາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 193 ສູນ,

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ Read More »

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ກໍມີຄວາມສ່ຽງສູງ ຍ້ອນວ່າມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເຊິ່ງລັດຖະບານລາວໄດ້ສຸມໃສ່ບັນດາມາດຕະການສະ ກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະ ພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.ອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ ລັດຖະບານລາວຈະສືບ ຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນວາລະດຳເນີນກອງປະຊຸມລັດຖະບານສະໄໝສາມັນ ວັນທີ 18 ມີນາ 2020 ນອກຈາກອອກມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີແລ້ວ ຍັງໄດ້ອອກມາດຕະການປ້ອງກັນ ຄື: ປັບປຸງສູນຂໍ້ມູນຂ່າວສານ ທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງ ກ່າວ ເພື່ອແລກປ່ຽນ ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະ ພາບການລະບາດຂອງພະຍາດ

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19 Read More »

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030

ສປປ ລາວ ເຖິງວ່າຈະມີອັດຕາການຕິດເຊື້ອເຮສໄອວີຢູ່ໃນລະດັບຕໍ່າ ຄື 0,28% ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 – 45 ປີ ກໍຕາມ ແຕ່ອັດຕາການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ເຫັນວ່າຍັງສູງຫຼາຍຄື: 31,2% ໃນກຸ່ມສາວບໍລິການ ແລະ 48,3% ໃນກຸ່ມກະເທີຍ. ນອກຈາກນັ້ນ ຍັງມີຫຼາຍສິ່ງທ້າທາຍ ທີ່ຈະກໍ່ໃຫ້ເກີດການລະບາດຂອງເຊື້ອເຮສໄອວີ ແລະ ພະຍາດເອດ ຖ້າບໍ່ມີມາດຕະການໃນການສະກັດກັ້ນ ຢ່າງຖືກຕ້ອງ. ປະຈຸບັນ ສປປ ລາວ ກາຍເປັນປະເທດ ທີ່ເປັນທາງຜ່ານ, ພ້ອມດຽວກັນນັ້ນ ກໍຍັງມີການພັດທະນາເສດຖະກິດໂຄງລ່າງ ມີການກໍ່ສ້າງຂົວ ຖະໜົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ … ຊື່ງເປັນສາເຫດກໍ່ໃຫ້ມີກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເປັນສາເຫດກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ. ອີງຕາມການຄາດຄະເນຈະມີຜູ້ຕິດເຊື້ອເຮສໄອວີ

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030 Read More »