ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030

ສປປ ລາວ ເຖິງວ່າຈະມີອັດຕາການຕິດເຊື້ອເຮສໄອວີຢູ່ໃນລະດັບຕໍ່າ ຄື 0,28% ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 – 45 ປີ ກໍຕາມ ແຕ່ອັດຕາການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ເຫັນວ່າຍັງສູງຫຼາຍຄື: 31,2% ໃນກຸ່ມສາວບໍລິການ ແລະ 48,3% ໃນກຸ່ມກະເທີຍ. ນອກຈາກນັ້ນ ຍັງມີຫຼາຍສິ່ງທ້າທາຍ ທີ່ຈະກໍ່ໃຫ້ເກີດການລະບາດຂອງເຊື້ອເຮສໄອວີ ແລະ ພະຍາດເອດ ຖ້າບໍ່ມີມາດຕະການໃນການສະກັດກັ້ນ ຢ່າງຖືກຕ້ອງ. ປະຈຸບັນ ສປປ ລາວ ກາຍເປັນປະເທດ ທີ່ເປັນທາງຜ່ານ, ພ້ອມດຽວກັນນັ້ນ ກໍຍັງມີການພັດທະນາເສດຖະກິດໂຄງລ່າງ ມີການກໍ່ສ້າງຂົວ ຖະໜົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ …

ຊື່ງເປັນສາເຫດກໍ່ໃຫ້ມີກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເປັນສາເຫດກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ. ອີງຕາມການຄາດຄະເນຈະມີຜູ້ຕິດເຊື້ອເຮສໄອວີ 12.241 ຄົນ ແລະ ຕ້ອງການປິ່ນປົວດ້ວຍຢາ ຕ້ານເຊື້ອເຮສໄອວີ (ARV) ຈໍານວນ 7.000 ຄົນ ໃນປີ 2019. ອີງຕາມການລາຍງານຂອງ 18 ແຂວງໃນຂອບເຂດທົ່ວປະເທດ, ການຕິດເຊື້ອ ທາງເພດສໍາພັນ ແມ່ນ ຮູບແບບການຕິດເຊື້ອຫຼັກ , ແຮງງານເຄື່ອນຍ້າຍ ແລະ ແມ່ເຮືອນ ຕິດເຊື້ອຫຼາຍກວ່າອາຊີບອື່ນ, ອີງຕາມການສໍາຫຼວດໃນກຸ່ມ ຊາຍມີເພດສໍາພັນກັບຊາຍ ເຫັນວ່າ ອັດຕາການຕິດເຊື້ອເຮສໄອວີເພີ່ມຂຶ້ນຄື ຈາກ 1,6% ໃນປີ 2014 ເພີ່ມມາເປັນ 2,5% ໃນປີ 2017 ( ພິເສດ ນະຄອນຫຼວງວຽງຈັນ ຊພຊ ກຸ່ມອາຍຸຫຼາຍກວ່າ 25 ປີ ຕິດເຊື້ອສູງເຖິງ 19% ເຫັນວ່າມີອັດຕາຕິດເຊື້ອສູງຫຼາຍ ), ການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງສູງ ໄດ້ໜ້ອຍ ຄື: 50% ໃນກຸ່ມສາວບໍລິການ ແລະ 22% ໃນກຸ່ມ ຊພຊ ແລະ ມີຄວາມຫຍຸ້ງຍາກຫຼາຍ. ມາຮອດທ້າຍປີ 2019 ສາມາດບັນລຸ ຍຸດທະສາດ 90-90-90 ໄດ້ ( 92-64-95 ) ສະແດງໃຫ້ເຫັນວ່າ ຜູ້ທີ່ຮູ້ວ່າຕົນເອງຕິດເຊື້ອ ຍັງເຂົ້າເຖິງການປິ່ນປົວບໍ່ທັນໄດ້ຄາດໝາຍຄືໄດ້ພຽງ 64% ເທົ່ານັ້ນ. ການນໍາໃຊ້ຖົງຢາງອະນາໄມຍັງຕ່ຳ, ການເຂົ້າ ເຖິ່ງ ການບໍລິການ ສຸຂະພາບ ຍັງຊັກຊ້າ, ຍັງມີການຈໍາແນກລັງກຽດ ຂອງສັງຄົມ, ຊຸມຊົນ, ຜູ້ຕິດເຊື້ອ ແລະ ຜູ້ເປັນພະຍາດເອດຢູ່. ສິ່ງດັ່ງກ່າວມາຂ້າງເທິງ ລ້ວນແຕ່ເປັນປັດໄຈສຳຄັນ ແລະ ເປັນສິ່ງທ້າຍທາຍທີ່ຈະເກີດ ການແຜ່ລະບາດ ຂອງເຊື້ອເຮສໄອວີ (HIV) ໃນອະນາຄົດ.

ອີງໃສ່ສະພາບຂອງການແຜ່ລະບາດ ຂອງເຊື້ອເຮສໄອວີ ແລະ ສິ່ງທ້າທາຍດັ່ງກ່າວ, ກະຊວງສາທາລະນະສຸກຈະຕ້ອງ ໄດ້ສຸມໃສ່ ຕອບໂຕ້ ເພື່ອຢັບຢັ້ງການລະບາດ ແລະ ເພື່ອໃຫ້ບັນລຸເປົ້າໝາຍໃໝ່ ຂອງ ອົງການສະຫະປະຊາຊາດຕ້ານເອດ ຄື ຢຸດຕິການລະບາດ ຂອງ ເຊື້ອເຮສໄອວີ ພາຍໃນປີ 2030. ໃນອະນາຄົດອັນໃກ້ໆນີ້, ຕ້ອງ ບັນລຸ ເປົ້າໝາຍໃໝ່ ໃນການປິ່ນປົວຄື ພາຍໃນປີ 2025 ຕ້ອງບັນລຸໃຫ້ໄດ້ 95-95-95 ຊຶ່ງໝາຍຄວາມວ່າ ໃຫ້ 95% ຂອງ ຜູ້ທີ່ມີຄວາມສ່ຽງ ຕ້ອງໄດ້ຮັບການກວດເລືອດ ຊອກຫາການຕິດເຊື້ອເຮສໄອວີ ແລະ ຮູ້ຜົນຂອງການກວດເລືອດ ແລະ ຖ້າຫາກກວດ ແລະ ຖືກບົ່ງມະຕິວ່າຕິດເຊື້ອເຮສໄອວີ ແລ້ວ 95% ຕ້ອງ ໄດ້ຮັບຢາຕ້ານຕໍ່ເຊື້ອເຮສໄອວີ ແລະ 95% ຂອງຜູ້ໄດ້ຮັບຢາ ຕ້ອງປິ່ນປົວດີ ໝາຍວ່າ ບໍລິມາດ ຂອງເຊື້ອເຮສໄອວີ ໃນເລືອດ ຫຼຸດລົງຕໍ່າກວ່າ 250 copies. ດັ່ງນັ້ນ ໃນວັນທີ 3 ມີນາ 2020 ຜ່ານມາ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໄດ້ເປີດກອງປະຊຸມ ປຶກສາຫາລື ແລະ ຮັບຮອງເອົາແຜນຍຸດທະສາດແຫ່ງຊາດ 10 ປີ ( 2021 – 2030 ) ແລະ ແຜນການຈັດຕັ້ງປະຕິບັດ ວຽກງານ ສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ປີ ( 2021 – 2025 ). ຂື້ນ ທີ່ແຂວງວຽງຈັນ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມີ ທ່ານ ຫົວໜ້າກົມ, ຄະນະກົມ, ທ່ານ ຫົວໜ້າ / ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ໂຮງໝໍສູນກາງ, ສູນ, ທ່ານ ຜູ້ຕາງໜ້າ ຈາກກະຊວງ ແລະ ອົງການຈັດຕັ້ງ ມະຫາຊົນ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງດ້ານສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມດັ່ງກ່າວແມ່ນຈະໄດ້ພ້ອມກັນ ສຸມຈິດ ສຸມໃຈ ເຂົ້າໃນການ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມ, ລະອຽດ, ຈະແຈ້ງ ແລະ ທຸກພາກສ່ວນມີສ່ວນຮ່ວມ ທັງພາກລັດ, ພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ,ຊຸມຊົນ, ຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ໄດ້ຮັບຜົນກະທົບອຶ່ນໆ ທັງພາຍໃນ ແລະ ຕ່າງປະເທດ. ແຜນຍຸດທະສາດຈະຕ້ອງສອດຄ່ອງ ແລະ ຜັນຂະຫຍາຍຈາກແຜນພັດທະນາສາທາລະນະສຸກຄັ້ງທີ່ IX (2021 – 2025), ຜັນຂະຫຍາຍຈາກແຜນປະຕິຮູບສາທາລະນະສຸກ, ຢຸດທະສາດ 5 ດີ 1 ພໍໃຈ, ເລັ່ງໃສ່ບັນລຸເປົ້າໝາຍ 11 ຕົວຊີ້ວັດ ຕາມຄາດໝາຍຂອງສະພາແຫ່ງຊາດຮັບຮອງ, ຮັບປະກັນທຸກຄົນມີສຸຂະພາບທຸກທົ່ວໜ້າ ບໍ່ປະຜູ້ໃດຢູ່ເບື້ອງຫຼັງ (UHC) ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG).