admin

Avatar

ກະຊວງສາທາລະນະສຸກ ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ

   ກະຊວງສາທາລະນະສຸກ ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ວ່າດ້ວຍການສະສາງລົດຂອງລັດ ໂດຍການເປັັນປະທານຮ່ວມຂອງ ທ່ານ ຮສ ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກນາຍົກລັດຖະມົນຕີ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງສັງຫາລີມະຊັບ, ກົມຄຸ້ມຄອງຊັບສິນຂອງລັດກະຊວງການເງິນ, ບັນດາທ່ານໃນຄະນະກຳມະການ, ຄະນະກຳມະທິການຈາກສູນກາງ, ຫົວໜ້າກົມຫຼືກອງ, ສະຖາບັນ, ສູນ , ໂຮງງານຜະລິດຢາ, ໂຮງໝໍຂັ້ນສູນກາງ-ເມືອງ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຈະໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ, ເອກະສານກ່ຽວຂ້ອງດັ່ງກ່າວແມ່ນຕິດພັນກັບວາລະແຫ່ງຊາດ ເປັນຕົ້ນແມ່ນເປັນການຜັນຂະຫຍາຍ ມາດຕາ 20 ຂອງດຳລັດວ່າດ້ວຍລົດຂອງລັດສະບັບເລກທີ 599/ລບ ເຊິ່ງເປັນເອກະສານທີ່ສຳຄັນທີ່ພົວພັນເຖິງບັນດາພະນັກງານບຳນານ, ພະນັກງານປະຈຳການ ທີ່ນຳໃຊ້ລົງຂອງລັດໃນໄລຍະຜ່ານມາ […]

ກະຊວງສາທາລະນະສຸກ ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ Read More »

ກອງປະຊຸມຊີ້ແຈງຜົນການຈັດຕັ້ງປະຕິບັດ ວສຊ ໝາກແດງໃຫ່ຍ-ໝາກແດງນ້ອຍ ໃນ ສປປ ລາວ

ກອງປະຊຸມຊີ້ແຈງຜົນການຈັດຕັ້ງປະຕິບັດ ວສຊ ໝາກແດງໃຫ່ຍ-ໝາກແດງນ້ອຍ ໃນ ສປປ ລາວ (Dissemination the preliminary results of the 2024 National Measles-Rubella SIA, Lao PDR). ໃນນີ້ ໄດ້ມີການສົນທະນາແລກປ່ຽນ ເພື່ອສ້າງຄວາມເຂັ້ມແຂງໃນການສັກວັກຊິນຮອບປົກະຕິໃນຕໍ່ໜ້າ ແລະ ເພື່ອປັບປຸງແຜນການກຳຈັດໝາກແດງໃຫຍ່-ໝາກແດງນ້ອຍ ລວມທັງການຈັດຕັ້ງປະຕິບັດ ວສຊ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ. ພ້ອມສະເໜີຜົນຂອງການລົງຕິດຕາມຊຸກຍູ້ ແລະ ສັງເກດການໃນໄລຍະການຈັດຕັ້ງປະຕິບັດ ວສຊ ຈາກຄູ່ຮ່ວມພັດທະນາ ກັບທີມງານຂັ້ນສູນກາງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະ ສຸກ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ບັນດາຫົວໜ້າກົມ, ສູນ, ພະແນກສາທານະຄອນຫຼວງ, ທີມ ງານ ສສມດ, ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ກົມການສຶກສາກ່ອນໄວຮຽນກະ ຊວງສຶກສາ ແລະ ຄູ່ຮ່ວມພັດທະນາ, ອົງການ WHO, UNICEF,

ກອງປະຊຸມຊີ້ແຈງຜົນການຈັດຕັ້ງປະຕິບັດ ວສຊ ໝາກແດງໃຫ່ຍ-ໝາກແດງນ້ອຍ ໃນ ສປປ ລາວ Read More »

ພິທີປິດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ

ພິທີປິດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ ໄດ້ຈັດ ຂື້ນໃນ ວັນທີ 04 ມີນາ ຫາ ວັນທີ 05 ມີຖຸນາ 2024 ມີບັນດານັກສຶກສາທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ ມີພະນັກງານຜູ້ທີ່ມີຄວາມກ້າວໜ້າ ຢູ່ອ້ອມຂ້າງກະຊວງສາທາລະນະສຸກ 60 ສະຫາຍ ຍິງ 26 ສະຫາຍ ເພື່ອຝຶກ ຝົນຫຼໍ່ຫຼອມ ຕົນເອງ ທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ-ຄຸ້ມຄອງ ແລະ ການພົວພັນປະສານ ງານໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼາຍຂື້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ສາທາ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການປະຈຳພັກ, ຮອງຫົວ ໜ້າ

ພິທີປິດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ Read More »

ສະເຫຼີມສະຫຼອງ ຂະບວນການວັນປູກຕົ້ນໄມ້ເແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ປອ. ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າ ສະຖາບັນການແພດ ແລະ ການຢາພື້ນເມືອງ, ທ່ານ ຄະນະປະຈຳພັກ, ກຳມະການພັກ ກະຊວງ ບັນດາທ່ານ ຫົວໜ້າ ແລະ ຮອງ ຂອງຫ້ອງການ, ກົມ, ຫົວໜ້າສະຖາ ບັນພ້ອມຄະນະ, ມວສ, ໂຮງໝໍ,ໂຮງຮຽນ, ສູນ, ກອງ ອ້ອມຂ້າງກະຊວງ, ທ່ານອະດີດການນຳ ອະດີດຄະນະພັກຂອງກະຊວງ ອະດີດການນຳຂອງສະຖາບັນ ແລະ ພະນັກງານອາວຸໂສບຳນານ; ປະທານ, ຮອງປະທານ ຄະນະບໍລິຫານງານ ຂອງກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ ກະຊວງສາທາລະນະສຸກ, ໄດ້ເຂົ້າຮ່ວມ ໃນພິທີ ຈັດກິດຈະກໍາປູກພືດເປັນຢາ ເພື່ອຕ້ອນ ຮັບວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ທີ 01 ມິຖຸນາ

ສະເຫຼີມສະຫຼອງ ຂະບວນການວັນປູກຕົ້ນໄມ້ເແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ Read More »

ສະມາຄົມແພດເດັກ ໄດ້ຈັດກອງປະຊຸມຂອງສະມາຄົມແພດເດັກຄັ້ງທີ 19

ສະມາຄົມແພດເດັກ ໄດ້ຈັດກອງປະຊຸມຂອງສະມາຄົມແພດເດັກຄັ້ງທີ 19 ໃນຫົວຂໍ້: ຄວາມຈຳເປັນໃນການບໍລິການສຸຂະພາບຂອງເດັກໃຫ້ມີປະສິດທິພາບ “The essentials of effective child health management” ຂຶ້ນພາຍໃຕ້ການເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ ຮຈ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບການປິ່ນປົວ, ທ່ານ Ms Pia Rebello Britto ຜູ້ຕ່າງໜ້າຈາກອົງການ UNICEF ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມຂອງສະມາຄົມແພດເດັກມີເປົ້າໝາຍເພື່ອດູແລເດັກໃຫ້ມີສຸຂະພາບທີ່ສົມບູນ ດ້ວຍການປິ່ນປົວທີ່ມີຄຸນະພາບຕາມມາດຕະຖານສາກົນ ເພື່ອຊ່ວຍຫຼຸດການເຈັບເປັນ ແລະ ເສຍຊິວິດຂອງເດັກ ແລະ ຍັງເປັນບ່ອນທີ່ເພີ່ມພູນຄວາມຮູ້ຄວາມສາມາດໃຫ້ແກ່ທ່ານໝໍທີ່ເຮັດໜ້າທີ່ປິ່ນປົວເດັກໄດ້ແລກປ່ຽນຄວາມຮູ້, ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ພ້ອມທັງປະສົບການຕ່າງໆທີ່ພົບໃນແຕ່ລະໂຮງໝໍໃນທົ່ວປະເທດ. ເນື່ອງຈາກການເສຍຊິວິດຂອງເດັກຍັງເປັນໜື່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້, ວັນທີ

ສະມາຄົມແພດເດັກ ໄດ້ຈັດກອງປະຊຸມຂອງສະມາຄົມແພດເດັກຄັ້ງທີ 19 Read More »

ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2024 – 2026

ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2024 – 2026 ຮ່ວມກັບ ໂຮງໝໍໄຊມັງກອນສາກົນ ຕາມທິດຊີ້ນໍາ ຂອງ ການນໍາກະຊວງສາທາລະນະສຸກ ຂື້ນ ໃນວັນທີ 28 ພຶດສະພາ 2024, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຈາກ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ,ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ຜູ້ອຳນວຍການໂຮງໝໍແຂວງ, ທ່ານ ຫົວໜ້າຫ້ອງການປະກັນສຸຂະພາບຂັ້ນແຂວງ ຈາກ ຫົກ ແຂວງ ປະກອບດ້ວຍ ແຂວງ ຜົ້ງສາລີ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຫຼວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍຄະນະພະແນກ ແລະ ວິຊາການຈາກຫ້ອງການປະກັນສຸຂະພາບແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ ທາງອອນລາຍ. ການຕໍ່ສັນຍາຄັ້ງນີ້ ເປັນການເຊັນສັນຍາຮ່ວມກັນ ຄັ້ງທີ 4 (ຄັ້ງທີ 1 ແມ່ນວັນທີ 04 ມັງກອນ

ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2024 – 2026 Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫລຽງເຈີ້ນຍິງ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫລຽງເຈີ້ນຍິງ ຮອງປະທານທີ່ປຶກສາສະພາປະຊາຊົນທົ່ວປະເທດຈີນ ເພື່ອລາຍງານການເຊັນ ການຮ່ວມມືລະຫວ່າງ ກົມຄວບຄຸມພະຍາດຕິດຕໍ່ ແລະ ມູນນິທິ GX ກ່ຽວກັບ ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ເລືອດອອກ ແລະ ແມງໄມ້ທີ່ເປັນພາຫະນໍາເຊື້ອ ແລະ ລາຍງານຄວາມຄືບໜ້າກ່ຽວກັບໂຄງການລົບລ້າງພະຍາດແກ່ນຕາຂຸ້ນ.

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫລຽງເຈີ້ນຍິງ Read More »

ຂະບວນສັກວັກຊິນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ທີ່ ເມືອງ ອານຸວົງ, ແຂວງ ໄຊສົມບູນ ໃນວັນທີ 23 ພຶດສະພາ 2024.

ຂະບວນສັກວັກຊິນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ທີ່ ເມືອງ ອານຸວົງ, ແຂວງ ໄຊສົມບູນ ໃນວັນທີ 23 ພຶດສະພາ 2024. ເປົ້າໝາຍ ແມ່ນສັກອາຍຸລຸ່ມ 5 ປີ (9-59 ເດືອນ)ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ບັນດາທ່ານ ຫົວໜ້າກົມ/ຮອງກົມ, ຫົວໜ້າສູນ/ຮອງ, ຫົວໜ້າພະແນກສາທາລະນະສຸກ ແຂວງໄຊສົມບູນ/ຮອງພະແນກ, ທ່ານເຈົ້າເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມເປີດຂະຂະບວນການສັກວັກຊິນກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່.

ຂະບວນສັກວັກຊິນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ທີ່ ເມືອງ ອານຸວົງ, ແຂວງ ໄຊສົມບູນ ໃນວັນທີ 23 ພຶດສະພາ 2024. Read More »