ກອງປະຊຸມ ເຈົ້າຫນ້າທີ່ອາວຸໂສ ຂະແຫນງສາທາລະນະສຸກອາຊຽນ ຄັ້ງທີ 18

ວັນທີ 1 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມ ເຈົ້າຫນ້າທີ່ອາວຸໂສ ຂະແຫນງສາທາລະນະສຸກອາຊຽນ ຄັ້ງທີ 18 ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໂດຍມີ ບັນດາ 10 ປະເທດອາຊຽນ, 1 ປະເທດສັງເກດການ, ອາຊຽນ ບວກ 3 , ອາຊຽນຈີນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ເປັນການປຶກສາຫາລື ແລະ ລາຍງານຄວາມຄືບໜ້າ, ລາຍງານ ຜົນສຳເລັດ/ບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຕົກລົງໃນຂົງເຂດສາທາລະນະສຸກ ກັບບັນດາ 10 ປະເທດອາຊຽນ, ອາຊຽນບວກ 3 ແລະ ອາຊຽນຈີນ.