
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024 ຜົນສຳເລັດທີ່ສະແດງອອກມີຄື: ດ້ານການຮຽນ-ການສອນໄດ້ຈັດຕັ້ງໃນການຮຽນຈຳນວນ 40 ຫຼັກສູດ, ອະນຸປະລິນຍາຕໍ່ເນື່ອງ 02 ຫຼັກສູດ, ອະນຸປະລິນຍາ 04 ຫຼັກສູດ, ປະລິນຍາຕີ 13 ຫຼັກສູດ, ຫຼັງປະລິນຍາ 22 ຫຼັກສູດ, ໃນສົກປີ 2022-2023 ສາມາດສ້າງບຸກຂະລາກອນສາທາລະນະສຸກໄດ້ທັງໝົດ 744 ຄົນ, ເປັນຍິງ 482 ຄົນ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ 567 ຄົນ, ເປັນຍິງ 388 ຄົນ, ລະດັບຫຼັງປະລິນຍາຕີໄດ້ 177 ຄົນ ເປັນຍິງ 94 ຄົນ ແລະ ສຳເລັດການສອບເສັງເອົານັກສຶກສາເຂົ້າສົກຮຽນ ປີ 2023-2024 ລະດັບອະນຸປະລິນຍາ ແລະ ປະລິນຍາຕີທັງໝົດ 631 ຄົນ ແລະ ລະດັບຫຼັງປະລິນນຍາທັງໝົດ 147 ຄົນ ລົງເລິກຂະແໜງ 2 ຄົນຊ່ຽວຊານຂັ້ນ 1 ຈຳນວນ 117 ຄົນ ແລະ ຂັ້ນ 2 ຈຳນວນ 8 ຄົນ ລະດັບປະລິນຍາໂທຈຳນວນ 56 ຄົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີ ທ່ານ ຮສ ດຣ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະບໍດີ, ຮອງຄະນະບໍດີ, ຕາງໜ້າຫົວໜ້າຫ້ອງກະຊວງສາທາ, ບັນດາກົມ, ຄະນະສູນ, ຄະນະອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ຫົວໜ້າສະຖາບັນສະທາລະນະສຸກສາດ ແລະ ການແພດເຂດຮ້ອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.

