ການຈັດຕັ້ງປະຕິບັດກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023

ການຈັດຕັ້ງປະຕິບັດກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍ ມາຈາກມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາໄດ້ ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ. ແຕ່ພາຍໃຕ້ການຊີ້ນຳ-ນໍາພາ ຂອງສູນກາງພັກ ໂດຍສະເພາະ ແມ່ນການຊີ້ນຳຢ່າງໃກ້ຊິດ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ແລະ ຄວາມຮັບຜິດຊອບຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນໃນຂະແໜງສາທາລະນະສຸກໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ວຽກງານການກໍ່ສ້າງພັກ-ພະນັກງານ ກໍໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ
ດັ່ງນັ້ນ ກະຊວງສາທາລະນະສຸກ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງການສາທາລະນະສຸກ ປີ 2023 ແລະ ທິດທາງແຜນການ ປີ 2024 ຂຶ້ນ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສາທາລະນະສຸກ, ມີ ສະຫາຍ ນາງ ສີໄສ ລືເດດມູນສອນ ກຳມະການກົມການເມືອງ ສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຄະນະນຳ ກະຊວງສາທາລະນະສຸກ, ຫົວໜ້າກົມ, ຮອງກົມຈາກ ຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ບັນດາສະຫາຍ ຄະນະພັກ-ຄະນະນໍາຈາກບັນດາແຂວງ ແລະກົມກອງອອ້ມຂ້າງກະຊວງສາທາລະນະສຸກ ກໍ່ໄດ້ເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ ມີຫຼາຍເນື້ອໃນສຳຄັນ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ພ້ອມກັນ ຕີລາຄາຄືນການຈັດຕັ້ງປະຕິບັດທິດທາງ ຄາດໝາຍທີ່ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ວາງອອກໃນປີຜ່ານມາ ໃຫ້ເລິກເຊິ່ງ-ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນສຳເລັດ ທີ່ຍາດມາໄດ້ເພື່ອສືບຕໍ່ເສີມຂະຫຍາຍ, ຍົກໃຫ້ເຫັນເຖິງ ຈຸດອອ່ນຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີຖອດຖອນໄດ້.
ວັນທີ 22-23 ກຸມພາ 2023 ທີ່ ນະຄອນຫຼວງວຽງຈັນ