ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

 ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024.ໂດຍທ່ານໄດ້ຍົກໃຫ້ເຫັນໃນຫຼາຍດ້ານເຊັ່ນ: ໂດຍປະຕິບັດຄຳຂວັນ ທີ່ວ່າ ຍົກສູງຄຸນນະພາບການບໍລິການ ສາທາລະນະສຸກ ໂດຍຫັນການບໍລິຫານຄຸ້ມຄອງໄປສູ່ລະບົບທັນສະໄໝ ວຽກຂອງຂະແໜງ ສາທາລະນະສຸກ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະໃນຊຸມປີທີ່ຜ່ານມາ ຂະແໜງສາທາລະນະສຸກ ສຸມໃສ່ວຽກງານຮັກສາສຸຂະພາບແມ່ ແລະ ເດັກ ໂດຍການປະຕິບັດຍຸດທະສາດແມ່ ແລະ ເດັກແບບເຊື່ອມສານ, ນະໂຍບາຍເກີດລູກ ແລະ ປິ່ນປົວເດັກນ້ອຍລຸ່ມ 5 ປີ ບໍ່ເສຍຄ່າ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກລຸ່ມ 1 ປີ ຫຼຸດລົງ, ອັດຕາການນຳໃຊ້ນ້ຳສະອາດ ແລະ ວິດຖ່າຍ ບັນລຸເປົ້າໝາຍ ຕາມສະພາແຫ່ງຊາດ ຮັບຮອງ, ອາຍຸຍືນສະເລ່ຍຂອງຄົນລາວເພີ່ມຂຶ້ນ, ການບໍລິການດ້ານສາທາລະນະສຸກ ໄດ້ຮັບການປັບປຸງ ໃຫ້ມີຄຸນນະພາບດີຂຶ້ນ, ໂຮງໝໍນ້ອຍຫຼາຍແຫ່ງ ໄດ້ຮັບການຍົກລະດັບ ພ້ອມທັງ ໄດ້ບັນຈຸສັບຊ້ອນພະນັກງານ ຄົບຕາມແຜນກຳນົດຕຳແໜ່ງງານ; ໂຮງໝໍເມືອງຫຼາຍແຫ່ງ ກໍໄດ້ຮັບການກໍ່ສ້າງ, ປັບປຸງສ້ອມແປງພື້ນຖານໂຄງລ່າງ ໃຫ້ໄດ້ຕາມມາດຕະຖານ, ປະກອບອຸປະກອນການແພດທີ່ຈຳເປັນ ແລະ ພະນັກງານແພດ-ພະຍາບານຢ່າງພຽງພໍ; ນອກນັ້ນ, ຍັງຖືກຍົກລະດັບໃຫ້ເປັນໂຮງໝໍຊຸມຊົນ ທີ່ສາມາດຜ່າຕັດສຸກເສີນເອົາລູກອອກໄດ້ໃນກໍລະນີຈຳເປັນ.

ໂຮງໝໍແຂວງ ແລະ ໂຮງໝໍສູນກາງ ຈຳນວນໜຶ່ງ ໄດ້ປັບປຸງຄຸນນະພາບໃນການປິ່ນປົວ ແລະ ເພີ່ມຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ໂດຍການປະກອບອຸປະກອນການແພດ, ນໍາໃຊ້ເຕັກໂນໂລຍີທັນສະໄໝ ເຂົ້າບໍລິການ, ອັນສຳຄັນ ແມ່ນພວກສະຫາຍ ໄດ້ສືບຕໍ່ປະຕິບັດນະໂຍບາຍ 5 ດີ ແລະ 1 ພໍໃຈ (5 ດີ: ສະດວກດີ, ຮັບຕ້ອນດີ, ສະອາດດີ, ບົ່ງມະຕິດີ, ປິ່ນປົວດີ ແລະ 1 ພໍໃຈ: ຜູ້ມາຮັບບໍລິການ ພໍໃຈ) ເຮັດໃຫ້ຫາງສຽງຈົ່ມວ່າຂອງສັງຄົມຫຼຸດລົງ ທຽບໃສ່ເມື່ອກ່ອນ; ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ ແລະ ຢາ ກໍໄດ້ຮັບການປັບປຸງດີຂຶ້ນ, ໂຮງງານຜະລິດຢາຂອງລັດ ຫຼື ລັດວິສາຫະກິດ ສາມາດຜະລິດຢາປົວພະຍາດ ທັງສະໜອງໃຫ້ສະຖານທີ່ບໍລິການສາທາລະນະສຸກ ທົ່ວປະເທດ ຫຼຸດຜ່ອນການນຳເຂົ້າຢາ ແລະ ສາມາດເຊື່ອມໂຍງເຂົ້າກັບມາດຕະຖານອາຊຽນ ເທື່ອລະກ້າວ; ວຽກຍຸດທະສາດການຢາຟື້ນເມືອງ ກໍໄດ້ສົ່ງເສີມການຄົ້ນຄວ້າ, ການອະນຸລັກ, ການຜະລິດເປັນຜະລິດຕະພັນ ເພື່ອນຳໃຊ້ພາຍໃນ ແບບປະສົມປະສານກັບ ການປິ່ນປົວຢາຫຼວງ ໃຫ້ກວ້າງຂວາງກວ່າເກົ່າ ແລະ ສົ່ງອອກໄປຕ່າງປະເທດ.
ສໍາລັບ ວຽກງານຈັດຕັ້ງ ແລະ ພະນັກງານ ກໍໄດ້ຮັບການປັບປຸງດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ; ລະບົບການເງິນສາທາລະນະສຸກ ໄດ້ກາຍເປັນປັດໄຈທີ່ສຳຄັນໜຶ່ງ ສະໜັບສະໜູນການເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ຂອງປະຊາຊົນ, ໃນນັ້ນ ຄັງປະກັນສຸຂະພາບ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ເຮັດໃຫ້ຈຳນວນຜູ້ມາຮັບບໍລິການເພີ່ມຂຶ້ນ, ການປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 05 ປີ ບໍ່ເສຍຄ່າ ກໍມີຈໍານວນມາຮັບການບໍລິການເພີ່ມຂຶ້ນ ລວມທັງ ວຽກຄົ້ນຄວ້າວິທະຍາສາດການແພດ, ວຽກບໍລິຫານຄຸ້ມຄອງ ແລະ ວຽກພົວພັນ-ຮ່ວມມືກັບຕ່າງປະເທດ ລ້ວນແຕ່ໄດ້ຮັບການປັບປຸງ ແລະ ພັດທະນາ ດີຂຶ້ນເລື້ອຍໆ.
ຄຽງຄູ່ກັບດ້ານດີຜົນງານ ກໍມີຈຸດອ່ອນຄົງຄ້າງ ຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ພ້ອມກັນເອົາໃຈໃສ່ ປັບປຸງໃຫ້ມີການຫັນປ່ຽນ ຢ່າງແຂງແຮງ ເລິກເຊີ່ງ ແລະ ຮອບດ້ານ ເພື່ອສຸມໃສ່ເຮັດໃຫ້ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດ ໃຫ້ສືບຕໍ່ປະຕິບັດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
(16 ກຸມພາ 2024 ທີ່ຖ້ຳຊ້າງລອດ, ເມືອງ ວຽງໄຊ, ແຂວງ ຫົວພັນ)