ອົງການ ຢູນິເຊບ ມອບລົດ ຕ໊ອກໆ ໃຫ້ກະຊວງສາທາລະນະສຸກຈຳນວນ 32 ຄັນ

ອົງການ ຢູນິເຊບ ມອບລົດ ຕ໊ອກໆ ໃຫ້ກະຊວງສາທາລະນະສຸກຈຳນວນ 32 ຄັນ, ລົດດັ່ງກ່າວຈະມອບຕໍ່ໃຫ້ສຸກສາລາທີ່ຢູ່ເຂດຫ່າງໄກ, ເຂດທີ່ມີການເດີນທາງຫຍຸ້ງຍາກໃນ 15 ແຂວງ ເພື່ອຮັບໃຊ້ເຂົ້າໃນການບໍລິການສຸຂະພາບແມ່ ແລະ ເດັກ ໂດຍສະເພາະເພື່ອເພີ່ມອັດຕາການເຂົ້າເຖິງການບໍລິການສຸຂະພາບແມ່ ແລະ ເດັກ ລວມທັງເພີ້ມອັດຕາປົກຄຸມການສັກວັກຊິນຂອງເດັກນ້ອຍອາຍຸລຸ່ມ 5 ປີ.
ວັນ​ທີ 15 ກ​ຸມ​ພາ 2024.