ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນພັດທະນາສາທາລະນະສຸກ ປະຈຳປີ 2024, ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ໂດຍການຫັນການບໍລິຫານຄຸ້ມຄອງໄປສູ່ລະບົບທັນສະໄໝ”

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນພັດທະນາສາທາລະນະສຸກ ປະຈຳປີ 2024, ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ໂດຍການຫັນການບໍລິຫານຄຸ້ມຄອງໄປສູ່ລະບົບທັນສະໄໝ”
ໃນກອງປະຊຸມໄດ້ສະຫຼຸບຕີລາຄາຜົນສໍາເລັດ, ສິ່ງຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ເລັ່ງໃສ່ການບັນລຸ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງໂດຍສຸມໃສ່ຈັດຕັ້ງປະຕິບັດ ປັບປຸງຄຸນນະພາບ ຂອງການບໍລິການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.
ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລືບັນຫາທີ່ພົ້ນເດັ່ນ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານການເງິນ, ການຈັດສັນ ງົບປະມານ ປີ 2023 ແລະ ແຜນການ ປີ 2024, ການຫັນໂຮງໝໍກຸ້ມຕົນເອງ, ວຽກງານກອງທຶນປະກັນສຸຂະພາບ ແລະ ທິດທາງເພື່ອບັນລຸສຸຂະພາບ ທົ່ວປວງຊົນ, ການສ້າງ

ກົນໄກການປະສານງານ ເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ການຍົກລະດັບຄຸນນະພາບຂອງສະຖານທີ່ບໍລິການ, ການກໍ່ສ້າງ-ບັນຈຸ, ຊັບຊ້ອນບຸກຄະກອນສາທາລະນະສຸກ, ການສົ່ງເສີມກົນໄກການສະໜອງຢາ ແລະ ອຸປະກອນການແພດ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີ, ທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ກົມກອງ, ຄະນະອະທິການບໍດີ, ສະຖາບັນ, ອໍານວຍການໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ຫົວໜ້າພະແນກສາທາລະນະສຸກແຂວງ, ອໍານວຍການໂຮງໝໍແຂວງ, ອໍານວຍການວິທະຍາໄລ ວິທະຍາສາດ ສຸຂະພາບ ໃນແຕ່ລະແຂວງ ພ້ອມທັງອາດີດການນໍາ ແລະ ພະນັກງານອາວຸໂສບໍານານ ກະຊວງສາທາລະນະສຸກ.
ວັນທີ 15-16 ກຸມພາ 2024, ຖ້ຳຊ້າງລອດ, ເມືອງວຽງໄຊ ແຂວງຫົວພັນ