World Endoscopy Organization ຈັດຊຸດອົບຮົມໃຫ້ແກ່ແພດພະຍາບານໜ່ວຍງານພະແນກກະເພາະລຳໃສ່-ຕັບ

ໂຮງໝໍເຊດຖາທິຣາດ ຮ່ວມມືກັບ ສະມາຄົມສ່ອງກ້ອງທາງເດີນອາຫານ ປະເທດໄທ ແລະ World Endoscopy Organization ຈັດຊຸດອົບຮົມໃຫ້ແກ່ແພດພະຍາບານໜ່ວຍງານພະແນກກະເພາະລຳໃສ່-ຕັບ ຈຳນວນ 30 ຄົນ ກ່ຽວກັບການສ່ອງລຳໃສ້. ວຽກງານສ່ອງກະເພາະລຳໃສ້ ແມ່ນວຽກງານໜຶ່ງທີ່ມາຄວາມສຳຄັນ ໃນຂົງເຂດວຽກງານສາທາລະນະສຸກ ໃນການ ບົ່ງມະຕິ ແລະ ປິ່ນປົວໃຫ້ແກ່ຄົນເຈັບ ເຊິ່ງປະຈຸບັນເຫັນວ່າມີຄວາມຮຽກຮ້ອງຕ້ອງການຫຼາຍເພາະວ່າຄົນເຈັບແຕ່ລະມື້ເພີ່ມຂື້ນຫຼາຍ ແລະ ກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ຂະຫຍາຍຕານ່າງລົງສູ່ບັນດາແຂວງຕ່າງໆ ວຽກງານສ່ອງທາງເດີນອາຫານກະເພາະລຳໃສ້ ຢູ່ໂຮງໝໍແຂວງຄຳມ່ວນ, ຈຳປາສັກ, ເຊກອງ, ຊຽງຂວາງ, ຫຼວງພະບາງ ແລະ ອຸດົມໄຊ. ການຝຶກອົບຮົມຄັ້ງນີ້ແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ເຕັກນິກວິທະຍາສາດໃໝ່ໆ ໃຫ້ແກ່ແພດພະຍາບານ ພ້ອມທັງຍົກສູງຄຸນນະພາບການບໍລິການປິ່ນປົວຄົນເຈັບກະເພາະລຳໃສ້ໃຫ້ຫາຍດີໄວ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ, ມີແພດພະຍາບານຈາກພະແນການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 29 ຫາ 31 ມັງກອນ 2024 ທີ່ ໂຮງໝໍເສດຖາທິຣາດ.