ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ວຽກງານ ການປ່ຽນແປງດິນຟ້າອາກາດ

ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ໄພວັນ ແກ້ວປະເສີດ ໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ວຽກງານ ການປ່ຽນແປງດິນຟ້າອາກາດ ລະດັບຊາດ ໄດ້ຈັດຂຶ້ນວັນທີ 6-7 ກຸມພາ 2024 ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ບາໂກເດຍ ເບີການອບ (Bakhodir Burkhanov) ຜູ້ປະສານງານ ອົງການ ສປຊ (UNRC) ປະຈໍາ ສປປ ລາວ ທ່ານ ນາງ ມາທີນ ແທເຣີ (Martine Therer) ຜູ້ຕາງໜ້າ ອົງການ UNDP ປະຈໍາ ສປປ ລາວ ບັນດາຜູ້ຕາງໜ້າ ຈາກ ສະຖານທູດ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ພ້ອມດ້ວຍຂະແໜງການ ພາກສ່ວນເອກະຊົນ ສະມາຄົມນັກທຸລະກິດ ອົງການຈັດຕັ້ງທາງສັງຄົມ ສະຖາບັນການສຶກສາ ເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຍົກລະດັບການໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ເລິກເຊິ່ງ ແລະ ສູງຂຶ້ນກ່ວາເກົ່າ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ ໃຫ້ກ້ວາງຂວາງ ແລະ ເຂົ້າເຖິງທຸກພາກສ່ວນ ເປັນເວທີສົນທະນາ ແລະ ແລກປ່ຽນບົດຮຽນ ປຶກສາຫາລືກ່ຽວກັບວຽກງານ ບູລິມະສິດ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ການປ່ຽນແປງດິນຟ້າອາກາດໃນຕໍ່ໜ້າ.
ໃນກອງປະຊຸມໃນຄັ້ງນີ້ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂື້ນກ່າວບົດຖະແຫຼງການຂອງຂະແໜງການສາທາລະນະສຸກທີ່ໄດ້ຖະແຫຼງໃນເວທີກອງປະຊຸມລັດພາຄີການປ່ຽນແປງດິນຟ້າອາກດຄັ້ງທີ່28 (COP28).

ນອກຈາກພວກເຮົາຈະໄດ້ພ້ອມກັນຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈ ວຽກງານການປ່ຽນແປງດິນຟ້າອາກາດ ພາຍໃຕ້ຂອບສົນທິສັນຍາ UNFCCC ແລະ ຄວາມພະຍາຍາມຂອງ ສປປ ລາວ ໃຫ້ສູງຂື້ນແລ້ວ ຍັງຈະໄດ້ຮັບຟັງ ແລະ ແລກປ່ຽນ ທາງດ້ານຂໍ້ມູນ ທັດສະນະ ແລະ ຂໍ້ແນະນໍາ ຮ່ວມກັບບັນດາທ່ານ ໃນວຽກງານການປ່ຽນແປງດິນຟ້າອາກາດ ເພື່ອເປັນພື້ນຖານໃຫ້ພວກເຮົານໍາເອົາໄປໝູນໃຊ້ໃນການວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຮຽກຮ້ອງມາຍັງບັນດາທ່ານທັງໝົດ ຈົ່ງພ້ອມກັນເຂົ້າຮ່ວມຢ່າງຕັ້ງໜ້າ ໃຫ້ຂໍ້ສັງເກດ ແລກປ່ຽນ ແລະ ມີຄຳຄິດເຫັນນຳກັນແບບວິຊາການ ເພື່ອເຮັດໃຫ້ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ມີບັນຍາກາດຟົດຟື້ນດີ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.