ກອງປະຊຸມປຶກສາຫາລືໃນການຮ່າງຖະແຫຼງການຜູ້ນໍາອາຊຽນວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບ

ກອງປະຊຸມປຶກສາຫາລືໃນການຮ່າງຖະແຫຼງການຜູ້ນໍາອາຊຽນວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບ ເພື່ອຍົກລະດັບຄວາມໝັ້ນຄົງດ້ານສາທາລະນະສຸກໃນຖານະທີ່ ສປປ ລາວເປັນປະທານ ASEAN ໃນປີ 2024 ນີ້ ກະຊວງສາທາລະນະສຸກໄດ້ມີຄວາມຕັ້ງໃຈທີ່ຈະສ້າງຄວາມເຂັ້ມແຂງໃນດ້ານຄວາມໝັ້ນຄົງດ້ານສາທາລະນະສຸກໃນພາກພື້ນ ໂດຍແນໃສ່ກຍົກສູງມາດຕະການກ່ຽວກັບຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບ. ຄວາມຕັ້ງໃຈຄັ້ງນີ້ແມ່ນຈະສ້າງຄວາມເຂັ້ມແຂງໃນການກະກຽມຄວາມພ້ອມ ແລະ ຮັບມື ໂຕຕອບຕໍ່ ໄພອັນຕະລາຍທາງດ້ານຊີວະພາບ ແລະ ການລະບາດຂອງພະຍາດ ຜ່ານການຮ່ວມມື ແລະ ສະໜັບສະໜຸນຂັ້ນສູງຈາກອົງກອນທີ່ກ່ຽວ ກັບຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບພາຍໃນ ແລະ ພາຍນອກ ຂົງເຂດສາທາລະນະສຸກ ໃນພາກພື້ນ ASEAN ອີກດ້ວຍ.ປະຈຸບັນ ຂໍ້ກໍານົດ, ມາດຕະຖານ, ເຄືອຂ່າຍຕ່າງໆ, ມາດຕະການ, ລະບຽບການ ແລະ ອື່ນໆ ທີ່ກ່ຽວກັບຄວາມໝັ່ນຄົງທາງດ້ານສາທາລະນະສຸກໃນພາກພື້ນ ASEAN ແມ່ນຍັງມີຂໍ້ຫຍຸ້ງຍາກ ແລະ ຊ່ອງວາງ ໃນດ້ານມາດຕະການ ຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບ. ໂດຍຫຼັກແລ້ວ ສີ່ງທ້າທາຍດ້ານມາດຕະການ ຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບ ແມ່ນ ຄວາມແຕກຕ່າງ, ຄວາມຊັບຊ້ອນ ແລະ ສະພາບ ຂອງແຕ່ລະປະເທດສະມາຊິກ ASEAN. ສີ່ງທ້າທາຍເລົ່ານີ້ສາມາດສົ່ງຜົນໃຫ້ພາກພື້ນ ASEAN ບໍ່ສາມາດ ຮັບມື, ໂຕ້ຕອບ ແລະ ຫຼຸດຜ່ອນໄພອັນຕະລາຍທາງດ້ານຊີວະພາບ ແລະ ການລະບາດຂອງພະຍາດ ໄດ້ດີເທົ່າທີ່ຄວນ ເຊີ່ງເຮົາສາມາດເຫັນໄດ້ເຖິງຄວາມຫຍຸ້ງຍາກຕ່າງໆ ທີ່ພາກພື້ນ ASEAN ປະເຊີນກັບການລະບາດຂອງພະຍາດ COVID-19.ດ້ວຍເຫດຜົນດັ່ງກ່າວ ແລະ ການຖອດຖອນບົດຮຽນຈາກການລະບາດຂອງພະຍາດ COVID-19 ແລະ ເຫດການສຸກເສີນດ້ານສາທາລະນະສຸກອື່ນໆ ໃນຊຸມປີຜ່ານມາ ພາກສ່ວນສາທາລະນະສຸກຂອງ ASEAN ໂດຍການນໍາພາຂອງ ປະທານ ASEAN ກໍ່ຄື ສປປ ລາວ ຈະມີການສ້າງ ຖະແຫຼງການອາຊຽນວ່າດ້ວຍຄວາມປອດໄພທາງດ້ານຊີວະພາບ ເພື່ອຍົກສູງຄວາມໝັ່ນຄົງ ແລະ ຄວາມໝັ້ນຄົງ ທາງດ້ານສາທາລະນະສຸກ. ການຮ່າງຖະແຫຼງການສະບັບນີ້ ແມ່ນຈະຮັບປະກັນການຮ່ວມມືຈາກຜູ້ນໍາຈາກສະມາຊິກບັນດາປະເທດ ASEAN ໃຫ້ສໍາເລັດຢ່າງມີປະສິດທິພາບ.ກອງປະຊຸມຄັ້ງນີ້ແມ່ນເພື່ອລວບລວມ ແລະ ເກັບກໍາຂໍ້ມູນ, ຄໍາຄິດເຫັນ ແລະ ແນວທາງຕ່າງໆ ຈາກສະມາຊິກ ປະເທດ ASEAN ແລະ ຄູ່ຮ່ວມພັດທະນາທຸກຝ່າຍ ໂດຍເນັ້ນໃສ່ ຂໍ້ກໍານົດ, ຊ່ອງຫວ່າງ ແລະ ສິ່ງທ້າທາຍ ໃນການສ້າງມາດຕະການກ່ຽວກັບຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບ. ແລະ ມີຈຸດມຸ້ງໝາຍທີ່ຈະສ້າງຄວາມເຂັ້ມແຂງວຽກງານກະກຽມຄວາມພ້ອມ ແລະ ຮັບມື ໂຕຕອບຕໍ່ ໄພອັນຕະລາຍທາງດ້ານຊີວະພາບ ແລະ ການລະບາດຂອງພະຍາດ ພາຍໃນປະເທດ ແລະ ໃນພາກພື້ນອີກດ້ວຍ.•ກອງປະຊຸມຍັງໄດ້ໃຫ້ກຽດເປັນປະທ່ານໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ. ລັດຖະມົນຕີ ກະຊວງສາທາລະນະສຸກ,ທ່ານທູດ ຄານາດາ ປະຈໍາອາຊຽນ, ທ່ານ ນາງ ວິກີ້ ຊິງມີ່ ຕົວແທນຈາກສະມາຊິກ ASEAN ປະເທດລະ 3 ທ່ານ ຕົວແທນຈາກ ອົງການອະນາໄມໂລກປະຈໍາລາວ ແລະ ອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ (WHO and WPRO)
ອົງການ Global Affairs Canada/Weapons Threat Reduction Program,ອົງການ Public Health Agency of Canada,ອົງການ International Federation on Biosafety and Biosecurity Associations, ແລະ ຄະນະກໍາມະການຄວາມປອດໄພ ແລະ ຄວາມຫມັ່ນຄົງ ທາງດ້ານຊີວະພາບ ແຫ່ງຊາດ

ວັນທີ 6 ກຸມພາ 2024 ທີ່ໂຮງແຮມຄລາວພາຊ່າ ນະຄອນຫຼວງວຽງຈັນ