ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທ່ານ ຂອງ ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມກວດກາ, ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ທ່ານ ດຣ ວິທູນ ວິສອນນະວົງ ອະດີດຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ມີ ຜູ້ຕາງໜ້າຈາກ ອົງການ CBM, FHF ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວມີຄວາມສຳຄັນຍິ່ງຕໍ່ກັບວຽກງານຮັກສາສຸຂະພາບຕາ ໂດຍສະເພາະຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຜ່ານມາດຕະຖານການປິ່ນປົວພະຍາດແກ່ນຕາຂຸ້ນ ເຊິ່ງເປັນຕົວຊີ້ວັດໜຶ່ງທີ່ສຳຄັນໃນການປິ່ນປົວຜ່າຕັດແກ່ນຕາຂຸ້ນໃຫ້ມີຄວາມເອກະພາບ ແລະ ໄດ້ມາດຕະຖານຕາມຫຼັກສາກົນທີ່ເພີ່ນວາງໄວ້.
ວັນທີ 2 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນ