July 2020

ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 01/07/2020 ມີ 41 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດນັບແຕ່ວັນທີ 28/12/2019-01/07/2020 ມີ 2,345 ກໍລະນີ ແລະ ເສຍຊີວິດ 07 ກໍລະນີ. ສຳນັກຂ່າວສານປະເທດລາວ ລາຍງານວ່າ ທ່ານ ດຣ. ສີສະຫວາດ ສູດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 2 ກໍລະກົດ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ທັງໝົດ 07 ຄົນ, ໃນນັ້ນະຄອນຫລວງວຽງຈັນ 03 ຄົນ, ບໍລິຄໍາໄຊ 02 ຄົນ, ຄໍາມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ, ມີຜູ້ຕິດເຊື້ອກໍລະນີສະສົມ 2.345 ຄົນ. […]

ລາວມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 7 ຄົນ ຕິດເຊື້ອສະສົມ 2.345 ຄົນ Read More »

ສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ

ອີງຕາມແຈ້ງການເລກທີ697/ຫສນຍ ລົງວັນທີ30 ມິຖຸນາ 2020 ວ່າ: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃໝ່ (New Normal) ເທື່ອລະກ້າວ. 1.ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; 2.ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງ ສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ

ສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ Read More »