ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່
ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີຖຸນາ ຜ່ານມາ. ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່ ປະກອບມີ 9 ພາກ 6 ໜວດ, ມີ 73 ມາດຕາ.ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍ; ຂະບວນການຄົ້ນຄວ້າສ້າງຮ່າງກົດໝາຍ; ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບ ແລະ ປະກາດຮັບຮອງກົດໝາຍສະບັບດັ່ງກ່າວ, ເນື່ອງຈາກວ່າໃນໄລຍະຜ່ານມາ ຍັງມີການເກັບກູ້ຊັບພະຍາກອນທີ່ເປັນຢາແບບຊະຊາຍ, ການຈໍາໜ່າຍວັດຖຸທີ່ເປັນຢາຍັງບໍ່ໄດ້ຮັບການຄຸ້ມຄອງຢ່າງເປັນລະບົບ, ການຂຸດຄົ້ນຍັງບໍ່ທັນມີຈຸດສຸມຈຶ່ງມີຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຊັບພະຍາກອນທີ່ເປັນຢາ ໃຫ້ມີຄວາມຍືນຍົງທ່ານ ດຣ ໄພວັນ ແກ້ວປະເສີດ ໃຫ້ຮູ້ວ່າ: ຖ້າຫາກຮ່າງ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າຈະສາມາດຕິດຕາມຄຸ້ມຄອງ ແລະກວດກາວຽກງານຊັບພະຍາກອນທີ່ເປັນຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ນິຕິກໍາໃຕ້ກົດໝາຍ; ເຮັດໃຫ້ຂອດການປະສານງານລະຫວ່າງຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຮັດກຸມຂຶ້ນກວ່າເກົ່າ; ເຮັດໃຫ້ຊັບພະຍາກອນທີ່ເປັນຢາ ໄດ້ຮັບການຄຸ້ມຄອງຖືກນໍາໃຊ້ແບບຍືນຍົງ ແລະ ເປັນປະໂຫຍດທາງດ້ານການແພດດ້ວຍການນໍາໃຊ້ຢາພື້ນເມືອງ ສົມທົບຢາຫຼວງເຂົ້າໃນຕາໜ່າງສາທາລະນະສຸກ ຢູ່ໃນຂອບເຂດທົ່ວປະເທດ ແລະ ອື່ນໆ.
ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ