ກອງປະຊຸມຄະນະກໍາມະການຫຼຸດຜ່ອນການສົ່ງເຊຶ້ອ HIV, Syphilis & Hepatitis B ຈາກແມ່ສູ່ລູກ ແລະ ການເຜີຍແຜ່ໂຄງການລິເລີ້ມ ຢູ່ 4 ແຂວງຂອງ ສປປ ລາວ

ກອງປະຊຸມຄະນະກໍາມະການຫຼຸດຜ່ອນການສົ່ງເຊຶ້ອ HIV, Syphilis & Hepatitis B ຈາກແມ່ສູ່ລູກ ແລະ ການເຜີຍແຜ່ໂຄງການລິເລີ້ມ ຢູ່ 4 ແຂວງຂອງ ສປປ ລາວ ຄື : ແຂວງ ຊຽງຂວາງ, ຫົວພັນ, ຜົ້ງສາລີ ອັດຕະປື ເພາະວ່າ ສປປ ລາວ ຍັງຈັດຢູ່ໃນປະເທດທີ່ມີອັດຕາການຕິດເຊຶ້ອ HIV ໃນກຸ່ມປະຊາກອນທົ່ວໄປແຕ່ວ່າການລະບາດແມ່ນມີອັດຕາສູງ ໃນກຸ່ມປະຊາກອນທີ່ມີຄວາມສ່ຽງເຊັ່ນ : ຊາຍຮັກຮ່ວມເພດ ແລະ ສາວບໍລິ ການ ແລະ ແມ່ຍິງຖືພາແມ່ນຖືກຈັດຢູ່ໃນກຸ່ມປະຊາກອນບູລິມະສິດທີ່ຈະຕ້ອງເອົາໃຈໃສ່ເປັນພິເສດ ເພື່ອປ້ອງກັນບໍ່ໃຫ້ມີການສົ່ງເຊຶ້ອຈາກ ແມ່ນຫາລູກ ອິງໃສ່ສະຖິຕິຈາກ ສູນຕ້ານເອດສ HIV ແລະ ພຕພ ໃນປີ 2023, ໃນແມ່ຍິງຖຶພາ 165,671 ຄົນ, ທີ່ເຂົ້າມາຝາກທ້ອງມີພຽງ 50% (82,622 ຄົນ) ທີ່ໄດ້ຮັບການກວດຊອກຫາເຊຶ້ອ HIV ແລະ ໃນນັ້ນມີ 0,2% (133 ຄົນ), ສໍາລັບພະຍາດ Syphilis ມີການລາຍງານວ່າແມ່ຍິງຖືພາຕິດເຊຶ້ອ 0,8 % ປີ 2015, ໂຮງໝໍສູນກາງຕິດເຊຶ້ອ Syphilis 5 % ແລະ ຍັງພົບກໍລະນີເດັກຕິດເຊຶ້ອ Syphilis ມາແຕ່ກຳເນິດຢູ່ໂຮງໝໍສູນກາງ, ສຳລັບພະຍາດຕັບອັກເສບ Bໃນກຸ່ມປະຊາກອນທົ່ວໄປ 3,5 % (260,495 ຄົນ) ແລະ 0,8 % ຂອງເດັກທີ່ມີອາຍຸຕໍ່າກ່ວາ 5 ປີ, ອີກດ້ານໜຶ່ງການບໍລິການເຂົ້າເຖິງການກວດຊອກຫາເຊຶ້ອ HIV & Syphilis ນຳແມ່ຍິງຖືພາແມ່ນຍັງມີຄວາມທ້າທາຍຫຼາຍໃນທົ່ວປະເທດ. ໂດຍການການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ Dr Timothy Armstrong ຜູ້ຕາງໜ້າອົງການອະນາໄມໂລກ (WHO)ປະຈຳ ສປປ ລາວ,ທ່ານ Kim Hyun Gyung ຜູ້ຕາງໜ້າອົງການໂຄຟຼີ (KOFIH) ປະຈໍາ ສປປ ລາວ, ມີທ່ານຫົວໜ້າກົມ, ຜູ້ອຳນວຍການ, ຫົວໜ້າສູນ, ໂຮງໝໍສູນກາງ, ໂຮງໝໍແຂວງເປົ້າໝາຍ ແລະ ຄູ່ຮ່ວມພັດທະນາ, ມີບັນດາແຂກທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມ.
ວັນທີ 17 ມີຖຸນາ 2024 ທີ່ ໂຮງແຮມດອນຈັນພາເຣດ