Dr.Khamvanh

Dr.Khamvanh

ໄຂ້ຍຸງລາຍ ອາດລະບາດໜັກ ຫາກປະຊາຊົນບໍ່ ເປັນເຈົ້າການ ທຳລາຍແຫລ່ງເພາະພັນຂອງຍຸງ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 11 ສິງຫາ 2020 ນີ້ວ່າ: ປັດຈຸບັນ ສະພາບການລະ ບາດຂອງໄຂ້ຍຸງລາຍ ຢູ່ນະຄອນຫລວງວຽງຈັນ, ຍັງມີຕົວເລກເພີ້ມຂຶ້ນເປັນອັນດັບ 1 ຢືນຢັນຜູ້ຕິດ ເຊື້ອທັງໝົດ 1.090 ຄົນ, ຮອງລົງມາແຂວງ ວຽງຈັນ 543 ກໍລະນີ ແລະ ບໍລິຄຳໄຊ 550 ກໍລະນີ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 9 ຄົນ (ນະຄອນຫລວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ) ນັບແຕ່ວັນທີ 1/1/2020-10/8/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4.729ຄົນ. […]

ໄຂ້ຍຸງລາຍ ອາດລະບາດໜັກ ຫາກປະຊາຊົນບໍ່ ເປັນເຈົ້າການ ທຳລາຍແຫລ່ງເພາະພັນຂອງຍຸງ Read More »

ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນໃນມື້ວັນທີ 7 ສິງຫາ ທີ່ຜ່ານມາ ເຖີງທຸກພາກສ່ວນລວມທັງພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີຂຶ້ນກວ່າເກົ່າກ່ຽວກັບການປະຕິບັດມາດຕະການຜ່ອນຜັນປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເພາະເຫັນວ່າປັດຈຸບັນ ປະເທດລາວຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ ຍ້ອນສະພາບການລະບາດຂອງພະຍາດດັ່ງກ່າວຢູ່ພາກພື້ນ ແລະ ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ. ເຊິ່ງເນື້ອໃນສຳຄັນໃນແຈ້ງການມີຄື: ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນໃຫ້ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດກວ່າເກົ່າ, ກໍລະນີພົບເຫັນການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງໃຫ້ນໍາໄປກວດເຊື້ອ ແລະ ກັກບໍລິເວນຢູ່ສູນທີ່ລັດກໍານົດໄວ້, ພ້ອມໃຫ້ດໍາເນີນມາດຕະການທາງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ປະກາດອອກໃຫ້ສັງຄົມຮັບຮູ້ກ່ຽວກັບຜູ້ລັກລອບເຂົ້າເມືອງນັ້ນ. ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງ, ບັນດາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ກວດກາຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ, ກໍລະນີກວດພົບເຫັນຜູ້ລະເມີດຕໍ່ແຈ້ງການຄັ້ງທໍາອິດ ແມ່ນໃຫ້ກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກຍັງສືບຕໍ່ລະເມີດຕື່ມອີກແມ່ນໃຫ້ຢຶດໃບທະບຽນ, ໃຫ້ປິດກິດຈະການພ້ອມທັງປັບໃໝຕາມລະບຽບການ. ໃຫ້ກະຊວງການຕ່າງປະເທດສົມທົບກັບຄະນະສະເພາະກິດໂຄວິດ-19 ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ກະກຽມຄວາມພ້ອມໃນການປະຕິບັດຊ່ອງທາງສີຂຽວກັບ ສສ ຫວຽດນາມ ແລະ ສປ ຈີນ. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ການເພີ່ມທະວີການໂຄສະນາ, ປະຊາສໍາພັນ ແລະ

ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່ Read More »

ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ

ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ. ລັດຖະບານລາວຈຶ່ງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດ ຂອງພະຍາດ COVID-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນຳເຂົ້າເຊື້ອພະຍາດດັ່ງກ່າວຈາກການເດີນທາງ ເຂົ້າ-ອອກ ໂດຍນັບແຕ່ ວັນທີ 1- 31 ສິງຫາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ນີ້ບໍ່ໃຫ້ກັບມາຮອບ 2. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວຖະແຫຼງຂ່າວໃນຕອນບ່າຍຂອງມື້ນີ້ວັນທີ 30 ກໍລະກົດ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາຕະການຜ່ອນຜັນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ

ສືບຕໍ່ປິດດ່ານຕໍ່ໄປ ງົດວີຊາ, ປິຮ້ານບັນເທີງ​ ແລະໂຈະຍົນເຊົ່າເໝົາລຳ Read More »

ຊົມເຊີຍ !!! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ

ວັນທີ 27 ເດືອນ ກໍລະກົດທີ່ຜ່ານມາ, ເອກອັກຄະລາຊທູດ ປະເທດອັງກິດ ປະຈຳ ສ.ປ.ປ ລາວ ທ່ານ John Pearson ໄດ້ເຂົ້າຮ່ວມພິທີການມອບ-ຮັບ ນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊອານາຈັກອັງກິດ ໃຫ້ເເກ່ ຮສ. ດຣ. ມາຍຟອງ ມາຍຊາຍ ເຊິ່ງໄດ້ຈັດຂຶ້ນທີ່ມະຫະວິທະຍາໄລ ວິທະຍາສາດສຸຂະພາບ. ຮສ. ດຣ. ມາຍຟອງ ມາຍຊາຍ ແມ່ນເພື່ອນທີ່ດີຜູ້ຫນຶ່ງຕໍ່ ລາຊອານາຈັກອັງກິດ, ເຊິ່ງເພິ່ນເປັນສະມາຊິກໃນຂະນະຄົ້ນຄວ້າ Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) ທີ່ໂຮງໝໍ ມະໂຫສົດ, ເຊິ່ງເປັນສະຖາບັນຊັ້ນນຳໃນການປິ່ນປົວ ພະຍາດຕິດຕໍ່. ໃຫ້ກຽດເຂົ້າຮ່ວມໃນງານໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ຮອງລັດຖະມົນຕີທັງສອງທ່ານ ຈາກກະຊວງສາທາລະນະສຸກ ເເລະ ບັນດາເເຂກຜູ້ມີກຽດ

ຊົມເຊີຍ !!! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ Read More »

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 101ວັນ. ຜູ້ຕິດເຊື້ອໂຄວິດ-19ກໍລະນີທີ 20 ທີ່ໄດ້ຮັບການຢັ້ງຢືນ ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ) ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ. ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ Read More »

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 102ວັນ. ກ່ຽວກັບມາດຕະການຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ປະຕິບັດດັ່ງນີ້: 1. ເອົາຜູ້ປ່ວຍແຍກປ່ຽວໄປປິ່ນປົວຢູ່ໂຮງໝໍ ພ້ອມຈັດຕັ້ງທີມແພດຕິດຕາມປິ່ນປົວຜູ້ຕິດເຊື້ອ. 2. ຂ້າເຊື້ອຢູ່ຫ້ອງພັກໂຮງແຮມ, ລົດຕູ້, ເຮືອບິນ. 3. ຕິດຕາມຜູ້ສຳຜັດໃກ້ຊິດ 17 ຄົນ ແລະ ກວດຫາເຊື້ອໃຫ້ຜົນລົບ ແຕ່ສືບຕໍ່ກັກຕົວ 14 ມື້ເພື່ອຕິດຕາມອາການ ແລະ ຍັງໄດ້ຈໍາກັດບໍລິເວນຂອງຈຸບິນຂອງຖ້ຽວບິນດັ່ງກ່າວ ເຊິ່ງໄດ້ກວດເຊື້ອຂອງຈຸບິນທັງໝົດ ແຕ່ອອກມາເປັນລົບ. ທ່ານ ພູທອນ ເມືອງປາກ

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ Read More »

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ

ເມື່ອວັນທີ 17 ກໍລະກົດນີ້ວ່າ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວຽກງານໂພຊະນາການຢູ່ ລາວ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າ: ເຖິງແມ່ນວ່າຈະສາມາດແກ້ໄຂ ບັນຫາເລື່ອງໂພຊະນາການໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງມີເດັກນ້ອຍລາວຈໍານວນບໍ່ໜ້ອຍທີ່ຍັງມີວິວັດທະນາການ ແລະ ມີການພັດທະນາດ້ານຕ່າງໆ ທີ່ຊັກຊ້າ ບໍ່ວ່າຈະເປັນດ້ານສຸຂະພາບທາງຮ່າງກາຍ, ມັນສະໝອງ,

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ Read More »

94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຜ່ານການກວດກາຕິດຕາມ ກໍ່ຖືວ່າເປັນມື້ທີ 94 ທີ່ປະເທດລາວບໍ່ມີຜູ້ຕິດເຊື້ອໃໝ່. ຈາກການເຂົ້າອອກຜ່ານດ່ານຈຸດຕ່າງໆ ກັບ ປະເທດອ້ອມຂ້າງນັ້ນ ເຫັນວ່າຍັງມີຄົນເຂົ້າ-ອອກດ່ານຫຼາຍ ເຊິ່ງສະແດງອອກ ມາ ຮອດວັນທີ 14 ກໍລະກົດ 2020 ມີຄົນຜ່ານດ່ານທັງໝົດ 1.991 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ ຫຼາຍກວ່າໝູ່ ມີ 1.440 ຄົນ ເປັນແຮງງານລາວກັບມາແຕ່ໄທ 150 ຄົນ,ຈຸດຜ່ານດ່ານລາວ – ຈີນ 23 ຄົນ (ໃນນີ້ມີ ແຮງງານລາວ 06 ຄົນ, ແຮງງານຈີນ 11 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ຄົນຈີນເຂົ້າມວຽກລັດຖະການ 02 ຄົນ ຜ່ານດ່ານລານຕຸຍ, ແຂວງຜົ້ງສາລີ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ – ຫວຽດນາມ 528

94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 Read More »