admin

Avatar

ກອງປະຊຸມ ປິດໂຄງການແຜນງານ ເສີມສ້າງຄວາມເຂັ້ມແຂງແກ່ຫ້ອງວິເຄາະ ແລະ ສ້າງຂິດຄວາມສາມາດໃນການບົ່ງມະຕິ ໃນຂົງເຂດ ອີນໂດ-ປາຊີຟິກ

ກອງປະຊຸມ ປິດໂຄງການແຜນງານ ເສີມສ້າງຄວາມເຂັ້ມແຂງແກ່ຫ້ອງວິເຄາະ ແລະ ສ້າງຂິດຄວາມສາມາດໃນການບົ່ງມະຕິ ໃນຂົງເຂດ ອີນໂດ-ປາຊີຟິກ (ແຜນງານໂຄງການ ອີນໂດ ແພກແລບ) ເຊິ່ງໄລະຍະຜ່ານການແຜ່ລະບາດຂອງພະຍາດໂຄວິດ-19, ກະຊວງສາທາລະນະສຸກ ໄດ້ເລັ່ງໃສ່ການເພີ່ມທະວີການຮັບມືກັບເຫດສຸກເສີນດ້ານສາທາ ລະ ນະສຸກໃນທຸກລະດັບໃນທົ່ວປະເທດ, •ການລົງທຶນທີ່ເປັນບູລິມະສິດຂອງພວກເຮົາ ລວມມີການເສີມສ້າງລະບົບທີ່ມີການເຊື່ອມສານໃນການຄວບຄຸມ ແລະ ຮັບມືກັບພະຍາດ, ລວມທັງເຄືອຂ່າຍຫ້ອງວິເຄາະໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ, ເຊື່ອມໂຍງກັບ ສູນປະຕິບັດການສຸກເສີນດ້ານສາທາລະນະສຸກ(EOC)ທີ່ເຂັ້ມແຂງ ແລະ ມີປະ ສິດທິພາບໃນລະດັບສູນກາງ ແລະ ທ້ອງຖີ່ນ ໄດ້ຮັບທຶນຈາກກະຊວງການຕ່າງປະເທດ ຂອງປະເທດອົດສະຕຣາລີ ຜ່ານອົງການ CHAI, ສ່ວນຫນຶ່ງຂອງຄວາມພະຍາຍາມເຫຼົ່ານີ້ ກະຊວງສາທາລະນະສຸກ ໄດ້ພັດທະນາວິໄສທັດສໍາລັບລະບົບເຊື່ອມສານຫ້ອງວິເຄາະທີ່ສະຫນອງການບໍລິການທີ່ມີຄຸນນະພາບສູງໃນທຸກລະບົບວຽກງານສາທາລະນະສຸກເປັນຕົ້ນ ການບໍລິການ ກວດເລືອດ ແລະ ເຄມີ ຂັ້ນພື້ນຖານ ໃນທົ່ວປະເທດ. ລັດຖະບານລາວໄດ້ຫັນວິກິດເປັນໂອກາດຄື: ເລີ່ມຈາກຫ້ອງວິເຄາະ 3 ແຫ່ງໃນນະຄອນຫຼວງວຽງຈັນ ໄປສູ່ເຄືອຂ່າຍຄົບວົງຈອນ ດ້ວຍຄວາມສາມາດໃນການກວດ PCR ໃນທຸກແຂວງ, ເຊື່ອມສານເຄື່ອງກວດວິເຄາະ COVID-19 ເຂົ້າໃນລະບົບຕ່ອງໂສ້ການສະໜອງຢາ ແນະ ນໍາໃຊ້ການວິ […]

ກອງປະຊຸມ ປິດໂຄງການແຜນງານ ເສີມສ້າງຄວາມເຂັ້ມແຂງແກ່ຫ້ອງວິເຄາະ ແລະ ສ້າງຂິດຄວາມສາມາດໃນການບົ່ງມະຕິ ໃນຂົງເຂດ ອີນໂດ-ປາຊີຟິກ Read More »

ໂຮງໝໍເຊດຖາທິຣາດໄດ້ຈັດງານວັນຕັບອັກເສບໂລກ

ນະຄອນຫຼວງວຽງຈັນ, ວັນທີ 5 ກັນຍາ 2024 – ໂຮງໝໍເຊດຖາທິຣາດໄດ້ຈັດງານວັນຕັບອັກເສບໂລກຂຶ້ນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບພະຍາດຕັບອັກເສບ, ເນັ້ນຍ້ຳເຖິງຄວາມສຳຄັນຂອງການກວດສຸຂະພາບຕັບຢ່າງສະໝໍ່າສະເໝີ, ແລະ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ, ພຶດຕິກຳການກິນທີ່ດີຕໍ່ສຸຂະພາບຕັບ ແລະ ວິທີການປິ່ນປົວພະຍາດຕັບອັກເສບ. ງານດັ່ງກ່າວໄດ້ຮັບກຽດເປັນປະທານໂດຍທ່ານ ດຣ.ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະສະສຸກ, ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ພ້ອມດ້ວຍທ່ານໝໍຜູ້ຊ່ຽວຊານພະຍາດຕັບ ແລະ ແຂກຮັບເຊີນຈາກຫຼາຍພາກສ່ວນ. ພະຍາດຕັບອັກເສບສາມາດເກີດຈາກຫຼາຍສາເຫດ, ລວມທັງການຕິດເຊື້ອໄວຣັສ, ການໃຊ້ຢາບາງຊະນິດທີ່ບໍ່ຖືກຕ້ອງ, ຫຼື ການດື່ມເຫຼົ້າຫຼາຍເກີນໄປ. ປະຈຸບັນທົ່ວໂລກມີຜູ້ເສຍຊີວິດຈາກພະຍາດຕັບອັກເສບປະມານ 1.3 ລ້ານຄົນໃນແຕ່ລະປີ, ສະແດງໃຫ້ເຫັນເຖິງຜົນກະທົບທີ່ຮ້າຍແຮງຂອງພະຍາດນີ້. ໃນປະເທດລາວເຮົາ, ພະຍາດຕັບອັກເສບຍັງເປັນ ບັນຫາສຸຂະພາບທີ່ສຳຄັນ ແລະ ໂຮງໝໍເຊດຖາທິຣາດມີຄວາມມຸ່ງໝັ້ນທີ່ຈະຮ່ວມມືແກ້ໄຂບັນຫາດັ່ງກ່າວ. ພາຍໃນງານ ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ໄດ້ກ່າວວ່າ “ພະຍາດຕັບອັກເສບເປັນສາເຫດສໍາຄັນທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນລາວ ໂດຍສະເພາະມະເຮັງຕັບ ຫຼາຍຄົນກໍຍັງບໍ່ຮູ້ຕົວວ່າຕົນເອງເປັນພະຍາດນີ້ຈົນກວ່າຈະມີອາການຊຸດໂຊມແລ້ວຈິ່ງມາກວດ. ດັ່ງນັ້ນ ໂຮງໝໍເຊດຖາທິຣາດພວກເຮົາເຫັນຄວາມສໍາຄັນຂອງການກວດຫາພະຍາດຕັບ ແລະປິ່ນປົວໃນເບື້ອງຕົ້ນ ແລະໄດ້ເອົາໃຈໃສ່ຍົກສູງການໃຫ້ການບໍລິການຕາມນະໂຍບາຍ 5

ໂຮງໝໍເຊດຖາທິຣາດໄດ້ຈັດງານວັນຕັບອັກເສບໂລກ Read More »

ກອງປະຊຸມ ປຶກສາຫາລື ແລະ ເສື່ອມສານວຽກງານວິເຄາະພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ

ກອງປະຊຸມ ປຶກສາຫາລື ແລະ ເສື່ອມສານວຽກງານວິເຄາະພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ HANSA2 (GF-GC7 Matching Fund). ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ຈັນສາລີ ພົມມະວົງ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ມີບັນດາທ່ານຫົວໜ້າກົມ/ຮອງກົມ, ຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ, ທ່ານຫົວໜ້າຄະນະອຳນວຍການໂຮງໝໍສູນກາງ, ແຂວງ ພ້ອມດ້ວຍວິຊາການຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ກໍ່ໄດ້ເຂົ້າຮ່ວມ. ຈຸດປະສົງກໍ່ເພື່ອປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ການເພີ່ມທະວີຄວາມເຂັ້ມແຂງ ໃນການບົ່ງມະຕິ ດ້ານວິເຄາະໃນກອບແຜນງານການເຊື່່ອມສານ ໂດຍສະເພາະແມ່ນ ພະຍາດທີ່ເປັນບູລິມະສິດເຊັ່ນ: ໝວດອາການອັກເສບລະບົບຫົວໃຈ, ພະຍາດວັນນະໂລກ ແລະ ພະຍາດເອດສ, ເພື່ອສະເໜີສ້າງຕັ້ງກຸ່ມທີ່ປຶກສາວິຊາການທາງດ້ານເຕັກນິກການແພດ, ການປະກອບເຄື່ອງມືທີ່ທັນສະໃໝ ຊື່ງມັນຮຽກຮ້ອງໃຫ້ມີການລົງທຶນ ໃສ່ເຄື່ອງມືຂອງການບົ່ງມະຕິແຕ່ລະດ້ານ ເພື່ອເຮັດໃຫ້ ຜົນການບົ່ງມະຕິດ້ານວິເຄາະມີຄວາມຖືກຕ້ອງແມ້ນຢໍາ ແລະ ໄວຂື້ນ;.

ກອງປະຊຸມ ປຶກສາຫາລື ແລະ ເສື່ອມສານວຽກງານວິເຄາະພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ Read More »

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດ ດີບວູ ຈຳກັດ

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດ ດີບວູ ຈຳກັດ ໂດຍມີຈຸດປະສົງເພື່ອມອບເຄື່ອງນຸ່ງທີ່ສາມາດຊົມໃຊ້ໄດ້ກ່ຽວກັບທາງດ້ານການແພດ ເພື່ອເປັນປະໂຫຍດໃຫ້ແກ່ໂຮງໝໍສູນກາງ, ໂຮງໝໍແຂວງໃນຂອບເຂດທົ່ວປະເທດຊຶ່ງເຄື່ອງກ່າວມີ: 1. ເຄື່ອງນຸ່ງຢູນິຟອມຂອງແພດ ແລະ ໝໍ (ສີຂາວ, ສີກົມ ແລະ ຊຸດແພດຍາມ) 2. ເຄື່ອງນຸ່ງຊຸດແຕ່ງອາຫານ(ຊຸດເຊບ) 3. ເຄື່ອງນຸ່ງຊຸດໝີ (ຊຸດເຊບຕີ້ ແລະ ເຄື່ອງນຸ່ງສຳລັບຊ່າງສ້ອມບໍາລຸງ) 4. ໂສ້ງຜ້າຢີນ ລວມທັງໝົດ 765 ຜຶນ ລວມມູນຄ່າທັງໝົດ 152,160,000 ກີບ ຕາງໜ້າຮັບໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ມອບໂດຍ ທ່ານ ນ. ກອງແກ້ວ ວົງຄຳຊາວ ປະທານບໍລິສັດ ດີບວູ ຈຳກັດ, ມີຕາງໜ້າຈາກຫ້ອງການກະຊວງສາທາ, ມີບັນດາກົມກອງ, ສູນ, ໂຮງໝໍສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ວັນທີ 3 ກັນຍາ 2024 ທີ່

ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດ ດີບວູ ຈຳກັດ Read More »

ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍ ສາທາລະນະສຸກ,ກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ)

ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍ ສາທາລະນະສຸກ,ກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ) ໃຫ້ 03 ແຂວງ: (ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງ ໄຊສົມບູນ) ໂດຍການເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານຮອງເຈົ້າແຂວງ ແຂວງບໍລິຄໍາໄຊ ແລະ ໄຊສົມບູນ, ຮອງປະທານ ອົງການກາເເດງແຫ່ງຊາດລາວ, ບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດ, ທ່ານ ປະທານສະພາວິຊາວິຊາຊີບສາທາລະນະສຸກ, ທ່ານຫົວໜ້າ/ຮອງຫົວໜ້າກົມ ກໍາມາທິກາ ນກົດໝາຍ ແລະ ກໍາມາທິການວັດທະນະທໍາ – ສັງຄົມ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກ

ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍ ສາທາລະນະສຸກ,ກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ) Read More »

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ ເພື່ອຊົມເຊີຍວັນລັດຖະທໍາມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 33 ປີ, ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 49 ປີ ແລະ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກກະຊວງສາທາລະນະສຸກ ຂຶ້ນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ປອ. ດຣ. ນ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາ ຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະໜ່ວຍພັກຫົວໜ້າ/ຮອງ ຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ສູນ,ໂຮງໝໍ, ໂຮງຮຽນ, ໂຮງງານ ອ້ອມຂ້າງກະຊວງສາທາລະນະສຸກ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ, ຄະນະທິມງານຈາກອົງການກາແດງແຫ່ງຊາດລາວ

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ Read More »

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍພັກຄະນະສາທາລະນະສຸກສາດ

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍພັກຄະນະສາທາລະນະສຸກສາດ (ທີ່ຂື້ນກັບຄະນະພັກຮາກຖານ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ), ກະຊວງສາທາລະນະສຸກ. ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ່ 30 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ອໍາຟີ ວິທະຍາເຂດເພຍວັດ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມທັງເປັນປະທານກອງປະຊຸມ, ສະຫາຍ ຮສ. ດຣ. ບຸນຖົມ ຊາມຸນຕຣີ, ກໍາມະການປະຈໍາພັກກະຊວງ, ເລຂາພັກຮາກຖານ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫົວໜ້າທີມງານທີ 5 ຊີ້ ນໍາບັ້ນດໍາເນີນຊີວິດການເມືອງເປັນຄະນະ, ສະຫາຍ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ, ຄະນະກໍາມະການພັກກະ ຊວງ, ຄະນະພັກຮາກຖານ ມວສ, ຮອງຫົວໜ້າທີມງານທີ 5 ຊີ້ນໍາບັ້ນດໍາເນີນຊີວິດການເມືອງ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍພັກຄະນະສາທາລະນະສຸກສາດ Read More »

ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ໜ່ວຍພັກຄະນະແພດສາດ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ໜ່ວຍພັກຄະນະແພດສາດ (ທີ່ຂື້ນກັບຄະນະພັກຮາກຖານ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ) ກະຊວສາທາລະນະສຸກ ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 30 ສິງຫາ ປີ 2024 ທີ່ຫ້ອງປະຊຸມອຳຟີ ວິທະຍາເຂດ ເພຍວັດ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ: ສະຫາຍ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ; ສະຫາຍ ຮສ ດຣ ບຸນຖົມ ຊາມຸນຕຣີ ກຳມະການປະຈຳພັກກະຊວງ, ເລຂາພັກຮາກຖານ, ອະທິ ການ ບໍດີ ມວສ ຫົວໜ້າຄະນະທີມງານທີ 5 ຊີ້ນຳບັ້ນດຳເນີນຊີວິດການເມືອງ; ສະຫາຍ ສຈ ປອ ດຣ ມາຍຟອງ ມາຍຊາຍ ຄະນະກຳມະການພັກກະຊວງ, ຄະນະພັກຮາກຖານ ມວສ, ຮອງຫົວໜ້າທີມງານທີ 5 ຊີ້ນຳບັ້ນດຳເນີນຊີວິດການເມືອງ; ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ໜ່ວຍພັກຄະນະແພດສາດ Read More »