ກອງປະຊຸມໃຫຍ່ຂອງໜ່ວຍພັກ ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ

ກອງປະຊຸມໃຫຍ່ຂອງໜ່ວຍພັກ ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ ສະໄໝທີ II ຄັ້ງວັນທີ 28 ສິງຫາ 2024, ທີ່ຫ້ອງປະຊຸມອໍາຟີ , ເພຶ່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ ສຶບຕໍ່ປັບປຸງກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ແລະ ພັດທະນາການສຶກສາ. ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ, ສະຫາຍ ຮສ. ດຣ ບຸນຖົມ ຊາມຸນຕຣີ ກຳມະການປະຈຳພັກກະຊວງ, ເລຂາພັກຮາກຖານ, ອະທິການບໍດີ ມວສ ເປັນຄະນະປະທານ, ສະຫາຍ ຮສ ປອ ກອງມະນີ ຈະເລີນວົງ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ ເປັນຄະນະປະທານ, ບັນດາ ເລຂາໜ່ວຍພັກ ທີ່ຂື້ນກັບຮາກຖານພັກ ມວສ, ທີມງານທີ 5 ລົງຊຸກຍູ້ບັ້ນດຳເນີນຊີວິດການເມືອງ, ບັນດາທ່ານຜູ້ຕາງຫນ້າອົງການຈັດຕັ້ງມະຫາຊົນພາຍໃນ ມວສ ກໍຖືເປັນກຽດເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍພັກ ສຄສ ໄດ້ຕົກລົງເປັນເອກະສັນກັນເລືອກເອົາເລຂາ, ຮອງເລຂາ ແລະ ປະທານກວດກາຄື:
1. ສະຫາຍ ປອ. ດຣ. ວິສະນຸ ຫານຊະນະ ເປັນເລຂາຮັບພິຊອບຊີນຳລວມ;
2.ສະ ຫາຍ ຮສ. ປອ. ດຣ. ສີສະຫວັນ ພົມມະຈັນ; ເປັນຮອງເລຂາ;
3.ສະຫາຍ ດຣ.ນ. ສຸດາວັນ ສ້ອຍສຸວັນ ເປັນປະທານກວດກາ.
May be an image of 5 people, dais and textMay be an image of 7 people and text