ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບທີມງານຂອງມະຫາວິທະຍາໄລນານາຊາດ ສຸຂະພາບ ແລະ ສະຫວັດດີການ ປະເທດຍີ່ປຸ່ນ

 

ວັນທີ 23 ສິງຫາ 2024 ທີ່ກະຊວງສາທາລະນະສຸກ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບທີມງານຂອງມະຫາວິທະຍາໄລນານາຊາດ ສຸຂະພາບ ແລະ ສະຫວັດດີການ ປະເທດຍີ່ປຸ່ນ ເພື່ອປຶກສາຫາລື ແລກປ່ຽນບົດຮຽນ ແລະ ສະເໜີການຮ່ວມມືໃນຕໍ່ໜ້າຂອງມະຫາວິທະຍາໄລນານາຊາດ ສຸຂະພາບ ແລະ ສະຫວັດດີການ ປະເທດຍີ່ປຸ່ນ ແລະ ກະຊວງສາທາລະນະສຸກ ສປປ ລາວ, ໂດຍມີ ທ່ານ Prof. AKATSU Haruko ຮອງປະທານມະຫາວິທະຍາໄລນານາຊາດ, ອຳນວຍການໂຮງຮຽນແພດ ມະຫາວິທະຍາໄລນານາຊາດ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

May be an image of 6 people, newsroom and text