ການສະເຫຼີມສະຫຼອງອາທິດສາກົນແຫ່ງການລ້ຽງລູກດ້ວຍນໍ້ານົມແມ່ ປີ 2024

May be an image of 6 people, dais and text

ການສະເຫຼີມສະຫຼອງອາທິດສາກົນແຫ່ງການລ້ຽງລູກດ້ວຍນໍ້ານົມແມ່ ປີ 2024 ນີ້ ແມ່ນໄດ້ເນັ້ນໜັກໃສ່ຫົວຂໍ້ ‘‘ການປິດຊ່ອງຫວ່າງ, ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ເພື່ອທຸກຄົນ’’ ໄດ້ຂົນຂວາຍໃຫ້ມີການສະໜັບສະໜູນ ເພື່ອປົກປ້ອງການລ້ຽງລູກດ້ວຍນໍ້ານົມແມ່, ຈາກການນຳ, ວິຊາການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງເຜີຍແຜ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານການລ້ຽງລູກດ້ວຍນໍ້ານົມແມ່ໃນທົ່ວປະເທດ ແລະ ທັງເປັນການເຜີຍແຜ່ຄວາມສຳຄັນວັນໂພຊະນາການແຫ່ງຊາດ. ການສະເຫຼີມສະຫຼອງຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2024 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ລາວັນ ສຸດທິສານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, Mr. Leonard ຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ສປປ ລາວ, ທ່ານ ອາດຕຸໂຣ ຣອມໂບລີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານ ສຸດທິສຸກ ອິນທະວິໄລ ປະທານຮ່ວມຄະນະບໍລິຫານງານ SUN CSA, ຮອງອຳນວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ, ມີບັນດາແຂກຈາກ 6 ກະຊວງ, ຄະນະບໍດີ ມວສ ຄະນະວິຊາ, ຄະນະອຳນວຍການໂຮງໝໍແຂວງ, ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄູ່ຮ່ວມພັັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.