ພິທີປະກາດຮັບຮອງເອົາແຂວງບໍ່ແກ້ວ ເປັນແຂວງ ຢຸດຕິການຖ່າຍຊະຊາຍ

ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດຮັບຮອງເອົາແຂວງບໍ່ແກ້ວ ເປັນແຂວງ ຢຸດຕິການຖ່າຍຊະຊາຍ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານປອ. ທອງຈັນ ມະນີໄຊ ເຈົ້າແຂວງໆ ບໍ່ແກ້ວ, ມີຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ຄະນະພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າກົມ/ຮອງກົມ, ຫົວໜ້າ/ຮອງຫົວໜ້າພະແນກສາທາລະນະສຸກ, ຜູ້ຕາງໜ້າ ອົງການ ຈັດຕັ້ງສາກົນ, ເຈົ້າເມືອງ/ຮອງເຈົ້າເມືອງ 05 ເມືອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ແຂວງບໍ່ແກ້ວປະກອບມີ 05 ເມືອງ 248 ບ້ານ, ມີປະຊາກອນທັງໝົດ 205,751 ຄົນ,ຍິງ 101,954 ຄົນ, ມີຄົວເຮືອນທັງໝັດ 37,330 ບ້ານທຸກຍາກ 60 ບ້ານ, ຄົວເຮືອນທຸກຍາກ 7,007 ຄົວເຮືອນ ກວມເອົາ 22,57% ໃນນັ້ນມີຫຼາຍຊົນເຜົ່າ ປະປົນກັນທໍາມາຫາກີນ ແລະ ອາໃສຢູ່ແບບຖາວອນ. ສໍາລັບແຂວງບໍ່ແກ້ວໄດ້ເລີ້ມຈັດຕັ້ງປະຕິບັດວຽກງານ ຊຈສ ໄດ້ເລີ່ມມີການຈັດຕັ້ງເຄື່ອນໄຫວແຕ່ປີ 2009 ເປັນຕົ້ນມາ, ເຊີ່ງມາຮອດວັນທີ 21 ມີນາ ປີ 2023 ກໍ່ໄດ້ປະກາດ ແລະ ຮັບຮອງ ເມືອງຫວ້ຍຊາຍ ເປັນເມືອງຢຸດຕິການຖ່າຍຊະຊາຍ ເປັນເມືອງທໍາອິດເຊິ່ງ ສາມາດປະຕິບັດໄດ້ 99.61 %,
ວັນທີ 24 ສິງຫາ ປີ 2023 ປະກາດ ແລະ ຮັບຮອງ ເມືອງ ປາກທາ ເຊິ່ງປະຕິບັດໄດ້ 91.03 %
ວັນທີ 20 ຕຸລາ ປີ 2023 ປະກາດ ແລະ ຮັບຮອງ ເມືອງ ຜາອຸດົມເຊິ່ງປະຕິບັດໄດ້ 98.37%
ວັນທີ 27 ກໍລະກົດ 2023 ປະກາດ ແລະ ຮັບຮອງ ເມືອງ ຕົ້ນເຜີ້ງເຊິ່ງປະຕິບັດໄດ້ 99.24%
ໃນວັນທີ 25 ຕຸລາ 2023 ປະກາດ ແລະ ຮັບຮອງ ເມືອງ ເມີງເປັນເມືອງສຸດທ້າຍ ເຊິ່ງປະຕິບັດໄດ້90.72%
ສັງລວມແລ້ວຮອດປະຈຸບັນໃນທົ່ວ ແຂວງບໍ່ແກ້ວ 37,330 ຄົວເຮືອນ, ມີວິດຖ່າຍເປັນຂອງຕົນເອງແມ່ນ 36,590 ຄົວເຮືອນ ເທົ່າກັບ 98,02% ແລະ ຄົວເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 740 ຄົວເຮືອນ ເທົ່າກັບ 2.03 %. ໃນພິທີຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ການອະນຸມັດຮັບຮອງເອົາແຂວງບໍ່ແກ້ວເປັນແຂວງຢຸດຕິການຖ່າຍຊະຊາຍ ພ້ອມທັງໄດ້ມອບໃບຢັ້ງຢືນ ແລະ ມອບໃບຍ້ອງຍໍ ໃຫ້ຄະນະກຳມະການຊຸມຊົນເປັນເຈົ້າການວຽກງານສຸຂະອະນາໄມ ຊຈສ.
ວັນທີ 4 ກໍລະກົດ 2024 ທີ່ແຂວງບໍ່ແກ້ວ.
May be an image of 12 people, dais and textMay be an image of 12 people, dais and text