ສະເຫລີມສະຫລອງວັນແພດລາວ 18 ມີຖຸນາ 2024 ຄົບຮອບ 59 ປີ

ເພື່ອເປັນການສະເຫລີມສະຫລອງວັນແພດລາວ 18 ມີຖຸນາ 2024 ຄົບຮອບ 59 ປີ ແລະ ກອງປະຊຸມໃຫ່ຍຂອງອົງຄະນະພັກກະຊວງ ສາທາລະນະສຸກ ໃດ້ຈັດຂະບວນການແຂ່ງຂັນກິລາບານເຕະ ຍິງ-ຊາຍ ຊິງຂັນສະຫາຍເລຂາຄະນະພັກ ກະຊວງສາທາລະນະສຸກ ເປັນປະທານໂດຍ ທ່ານ ດຣ ນ. ແສງຈັນ ຈັນທະສຸກ ປະທານສະຫະພັນຊາວໜຸ່ມກະຊວງສາທາລະນະສຸກ, ພ້ອມດວ້ຍຄະນະຊາວໜຸ່ມພະນັກງານອ້ອມຂ້າງກະຊວງສາທາລະນະສຸກ ມີທີມເຂົ້າຮ່ວມການແຂ່ງຂັນເຕະບານມີທີມແຕ່ອາຍຸ 45 ປີ ແລະ ທີມລວມອາວຸໂສ ມີຄື : ກຳໜົດມີ 8 ທີມຊາຍ ມີ 4 ຫາ 5 ພາກສ່ວນເປັນທີມ 1 ແລະ 4 ທີມຍິງ ໃຊ້ເວລາການແຂ່ງຂັນ 2 ນັດເທື່ອລະ 30 ນາທີ ສ່ວນທີ່ຊະນະຈັດເປັນ ທີ 1 ຈະໄດ້ຮັບ ຂັນ 1 ໜ່ວຍ ພ້ອມດ້ວຍ ເງິນສົດ 1.000.000 ກີບ ທີ 2 ຈະໄດ້ຮັບຂັນ 1 ເງິນສົດ 700,000 ກີບ ທີ 3 ຈະໄດ້ຮັບ ເງິນສົດ 500,000 ກີບ ໂດຍການເປັນກຽດແຂ່ງຂັນຂອງ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຄູ່ທຳອິດ ແຂງກັບທີມລວມ ແລະ ໄດ້ເອົາຊະນະປະຕູ 8 ຕໍ່ 4 ການແຂ່ງຂັນເຕະບານແມ່ນໃຊ້ເວລາແຕ່ 8 ໂມງ ຫາ 18:00 ໂມງວັນທີ 15 ມີຖຸນາ 2024 ທີ່ ເດີ່ນ Good Life