
ໃນກອງປະຊຸມໄດ້ສະຫຼຸບຕີລາຄາຜົນສໍາເລັດ, ສິ່ງຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ເລັ່ງໃສ່ການບັນລຸ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງໂດຍສຸມໃສ່ຈັດຕັ້ງປະຕິບັດ ປັບປຸງຄຸນນະພາບ ຂອງການບໍລິການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.

ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລືບັນຫາທີ່ພົ້ນເດັ່ນ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານການເງິນ, ການຈັດສັນ ງົບປະມານ ປີ 2023 ແລະ ແຜນການ ປີ 2024, ການຫັນໂຮງໝໍກຸ້ມຕົນເອງ, ວຽກງານກອງທຶນປະກັນສຸຂະພາບ ແລະ ທິດທາງເພື່ອບັນລຸສຸຂະພາບ ທົ່ວປວງຊົນ, ການສ້າງ
ກົນໄກການປະສານງານ ເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ການຍົກລະດັບຄຸນນະພາບຂອງສະຖານທີ່ບໍລິການ, ການກໍ່ສ້າງ-ບັນຈຸ, ຊັບຊ້ອນບຸກຄະກອນສາທາລະນະສຸກ, ການສົ່ງເສີມກົນໄກການສະໜອງຢາ ແລະ ອຸປະກອນການແພດ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີ, ທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ກົມກອງ, ຄະນະອະທິການບໍດີ, ສະຖາບັນ, ອໍານວຍການໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ຫົວໜ້າພະແນກສາທາລະນະສຸກແຂວງ, ອໍານວຍການໂຮງໝໍແຂວງ, ອໍານວຍການວິທະຍາໄລ ວິທະຍາສາດ ສຸຂະພາບ ໃນແຕ່ລະແຂວງ ພ້ອມທັງອາດີດການນໍາ ແລະ ພະນັກງານອາວຸໂສບໍານານ ກະຊວງສາທາລະນະສຸກ.




ວັນທີ 15-16 ກຸມພາ 2024, ຖ້ຳຊ້າງລອດ, ເມືອງວຽງໄຊ ແຂວງຫົວພັນ