ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ

ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາກະຊວງສາທາລະນະສຸກປະກາດການຈັດຕັ້ງເພີ່ມຕື່ມໂດຍແຕ່ງຕັ້ງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຫົວໜ້າກົມກວດກາ ຂຶ້ນເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາຂຶ້ນເປັນຜູ້ຊ່ວຍລັດຖະມົນຕີ ຮອງລັດຖະມົນຕີ, ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ມາເປັນຫົວໜ້າກົມກວດກາ, ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າພະແນກບໍລິຫານກົມອາຫານ ແລະ ຢາ ຂຶ້ນເປັນຮອງຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ນາງ ດາວດວງຈັນ ບູລົມມະວົງ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ດຣ ນາງ ສຸພາພອນ ສະເດັດຕັນ ຫົວໜ້າພະແນກພົວພັນຕ່າງປະເທດຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ. ໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງສາທາລະນະສຸກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ […]

ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມ Read More »