October 2020

ກະຊວງສາທາ ນຳເຄື່ອງຜະລິດນ້ຳສະອາດໄປຜະລິດແຈກໃຫ້ພໍ່ແມ່ຜູ້ຖືກໄພນ້ຳຖ້ວມ

ວັນທີ 27 ຕຸລາ 2020 ນີ້ ທ່ານ ຮສຈ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດວ້ຍຄະນະ ໄດ້ນຳເອົາກະຕຸກໃສ່ນ້ຳ 20 ລິດ ມີກັອກ ຈຳນວນ 100 ໜ່ວຍ, ກະຕຸກນ້ຳ 10 ລິດ 100 ໜ່ວຍ, ຄຸນ້ຳ 10 ລິດ 50 ໜ່ວຍ, ໂອຕັກນ້ຳ 50 ອັນ ພ້ອມດ້ວຍ ຢາປົວພະຍາດຫລາຍລາຍການ ລວມມູນຄ່າ 5 ລ້ານກວ່າກີບ ມາມອບໃຫ້ອຳນາດການປົກຄອງ ເມືອງສອງຄອນ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງໄດ້ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ໄປຕັ້ງຢູຫ້ອງການບ້ານລະຫານ້ຳ ເພື່ອໃຫ້ບໍລິການ ພໍ່ແມ່ປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບ ຄື: ເຂດກຸ່ມບ້ານ 11 […]

ກະຊວງສາທາ ນຳເຄື່ອງຜະລິດນ້ຳສະອາດໄປຜະລິດແຈກໃຫ້ພໍ່ແມ່ຜູ້ຖືກໄພນ້ຳຖ້ວມ Read More »

ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ໄຂຂຶ້ນເມື່ອບໍ່ດົນມານີ້ວ່າ: ຕ້ອງໄດ້ປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງທີ່ຍັງມີສຽງຈົ່ມວ່າຈາກສັງຄົມ ແລະ ຍັງບໍ່ທັນເປັນເຈົ້າການປັບປຸງຄຸນນະພາບຢ່າງ ຮອບດ້ານຖ້າທຽບກັບປະເທດໃກ້ຄຽງ, ແພດໝໍຢູ່ໂຮງໝໍລັດຈໍານວນໝຶ່ງ ຍັງບໍ່ຖືໂອກາດໃນໄລຍະປິດປະເທດເພາະການແຜ່ລະບາດຂອງພະຍາດໂຄວິດ-19 ປັບປຸງຕົນເອງໃຫ້ມີຄຸນນະພາບ ແລະ ພິສູດຕົວເອງໃຫ້ສັງຄົມຍອມ ຮັບ ແລະ ເພີ່ງພໍໃຈ ໃນການບໍລິການເພື່ອໃຫ້ຄົນເຈັບຫັນມາໃຊ້ບໍລິການປິ່ນປົວຢູ່ໂຮງໝໍພາຍໃນໃຫ້ຫຼາຍຂຶ້ນ.

ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ Read More »

ລົງຊຸກຍູ້ວຽກງານສາທາລະນະສຸກ

ໃນວັນທີ 24 ຕຸລາ 2020 ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມ, ຄະນະສູນ ແລະ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການສ້າງເມືອງຕົວແບບໃຫ້ປອດພະຍາດໄຂ້ຍຸງລາຍ, ສ້າງຄວາມເຂັ້ມແຂງໃຫ້ການເງິນຂັ້ນບ້ານ ແລະ ວຽກງານຈຸດສຸມຂອງຮາກຖານຊາວໜຸ່ມບ້ານທີ່ຕິດພັນກັບວຽກງານ 3 ສ້າງ ຢູ່ເມືອງສັງທອງ ນະຄອນຫຼວງວງຽຈັນ

ລົງຊຸກຍູ້ວຽກງານສາທາລະນະສຸກ Read More »

ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID

ໃນວັນທີ 20 ຕຸລາ 2020 ໄດ້ມີພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID, ໂດຍທ່ານທູດປີເຕີ ຮ່ວມກັບ ທ່ານ ພູທອງ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ເພຍ ບຣິໂຕ ໄດ້ຮ່ວມກັນເປີດໂຕໂຄງການໃໝ່ທີ່ມີຊື່ວ່າ: ໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບ ແມ່, ເດັກ ແລະ ໂພຊະນາການໃນຊຸມຊົນ, ສປປ ລາວ ທີ່ນະຄອນຫຼວງວຽງຈັນ. ພາຍໃຕ້ໂຄງການດັ່ງກ່າວ ຊຶ່ງມີໄລຍະຈັດຕັ້ງເປັນເວລາ 5ປີ, ອົງການ USAID ຈະໄດ້ສະໜັບສະໜູນທຶນຮອນມູນຄ່າ $2.8 ລ້ານໂດລາໃຫ້ແກ່ ອົງການ UNICEF ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ເພື່ອພັດທະນາວຽກງານ ສຸຂະພາບ ແລະ ໂພຊະນາການຂອງແມ່ ແລະເດັກ ທີ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສະລະວັນ ແລະ ອັດຕະປື. ທ່ານທູດປີເຕີ ກ່າວວ່າ: ພິທີເປີດໂຄງການໃນມື້ນີ້ແມ່ນຕົວຢ່າງອີກອັນນຶ່ງພາຍໃຕ້ການຮ່ວມມືແບບກວມລວມຂອງລາວ ແລະອາເມລິກາ. ເປົ້າໝາຍຂອງເຮົາແມ່ນງ່າຍໆ ພວກເຮົາຢາກເຫັນຄົນລາວທຸກຄົນມີສຸຂະພາບທີ່ແຂງແຮງ ເພື່ອທີ່ວ່າພວກເຂົາຈະໄດ້ປະກອບສ່ວນຢ່າງເຕັດເມັດເຕັມໜ່ວຍໃນການພັດທະນາເສດຖະກິດສັງຄົມ.

ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID Read More »