June 2020

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ. ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. (ກ). ລະບຽບການປ່ອຍຕົວໃຫ້ອອກຈາກໂຮງໝໍ ຜູ້ປິ່ນປົວດີຈາກເຊື້ອໄວຣັດ ໂຄວິດ-19 ແມ່ນຕ້ອງຜ່ານການວິໄຈຫາເຊື້ອໃນເລືອດເປັນລົບ ຈຳນວນ 02 ຄັ້ງຕິດຕໍ່ກັນ (2×24 ຊົ່ວໂມງ), ເຊີ່ງເມື່ອຖືກປ່ອຍກັບບ້ານແລ້ວ ຈະຕ້ອງໄດ້ປະຕິບັດການກັກກັນຕົວພາຍໄຕ້ການຊີ້ນຳຂອງແພດຈຳນວນ 14 ວັນແລ້ວ ແລະ ຕ້ອງໄດ້ກັບມາກວດຫາເຊື້ອອີກຄັ້ງສຸດທ້າຍ: (1). ວັນທີ 14 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທຳອິດ ແມ່ນກໍລະນີ (12), ນາງ ເພັດມະລີ ມົງຄົນວິໄລ, ອາຍຸ 20 ປີ, ນັກສຶກສາລາວ ເດີນທາງມາຈາກປະເທດອັງກິດ, ປະຊາຊົນ ບ້ານນາໄຊ ເມືອງໄຊເສດຖາ […]

ໄຊຊະນະຄັ້ງຍິ່ງໃຫຍ່!! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຂອງ ສປປ ລາວປິ່ນປົວຫາຍດີແລ້ວ. Read More »

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ

ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ.

ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ Read More »

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 07 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,419 ຄົນ, ຜ່ານຈຸດຜ່ານດ່ານລາວ-ໄທ 737 ຄົນ ລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີແຮງງານລາວ 61 ຄົນ (ມີຖິ່ນຖານມາຈາກຫຼວງພະບາງ 27 ຄົນ,​ ນະຄອນຫຼວງ 09 ຄົນ, ຄຳມ່ວນ 06 ຄົນ, ອຸດົມໄຊ 05 ຄົນ, ໄຊຍະບູລີ 05 ຄົນ, ວຽງຈັນ 05 ຄົນ, ຊຽງຂວາງ 03 ຄົນ ແລະ ສະຫວັນນະເຂດ 01 ຄົນ); ຜ່ານດ່ານຂົວມິດຕະພາບ II ມີແຮງງານ 35 ຄົນ(ມີຖິ່ນຖານມາຈາກສະຫວັນນະເຂດ 25 ຄົນ, ຄຳມ່ວນ 09 ຄົນ ແລະ

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 8 ມິຖຸນາ 2020 Read More »

ຍີ່ປຸ່ນຊ່ວຍລາວ13 ລ້ານໂດລາສະຫະລັດ

ວັນທີ 5 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າທີ່ມີຊື່ວ່າ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ແມ່ນໄດ້ຖືກຈັດຂື້ນທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ໂຄງການຊ່ວຍເຫຼືອລ້າທີ່ມີມູນຄ່າ 1.​500 ລ້ານເຢັນ (ປະມານ 13.7 ລ້ານໂດລາສະຫະລັດ) ຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດຈຳພວກລົດໂຮງໝໍ ແລະ ຕຽງສຳລັບຜູ້ປ່ວຍ ເພື່ອມອບໃຫ້ແກ່ລັດຖະບານລາວຈັດມາດຕະການຕອບໂຕ້ COVID-19 ໃນຂະນະທີ່ປັດຈຸບັນ, ປະເທດລາວສາມາດຈຳກັດການແຜ່ກະຈາຍຂອງເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບນັ້ນ, ການສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງຊາດເອງກໍມີຄວາມສຳຄັນໃນການກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດຮອບໃໝ່. ປະເທດຍີ່ປຸ່ນຍັງຄົງສືບຕໍ່ຄວາມພາຍະຍາມເຮັດໃຫ້ການປະກັນສຸຂະພາບທົ່ວໜ້າເຊິ່ງເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ. ໂດຍຖືເອົາຫຼັກການ “ບໍ່ຖິ້ມໃຜໄວ້ທາງຫຼັງ”, ອຸປະກອນທາງການແພດທີ່ຖືກມອບພາຍໃຕ້ໂຄງການດັ່ງກ່າວນີ້ຄາດວ່າຈະໄດ້ຮັບການນຳໃຊ້ຢ່າງມີປະສິດທິພາບທົ່ວປະເທດລາວ ໂດຍສະເພາະໃນລະດັບຊຸມຊົນທ້ອງຖິ່ນ ທີ່ເປັນເຂດ ລະບົບສາທາລະນະສຸກທີ່ມີຄວາມສ່ຽງ. ໃນປີນີ້ເອງກໍຍ່າງກ້າວເຂົ້າສູ່ວັນຄົບຮອບສາຍສຳພັນທາງການທູດ 65 ປີ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຄົບຮອບ 5 ປີ ຂອງປະເທດຍີ່ປຸ່ນ ແລະ ປະເທດລາວ. ທ່ານທູດທາເກວາກະ ໄດ້ກ່າວໃນພິທີວ່າ “ປະເທດຍີ່ປຸ່ນເອງໃນຖານະຄູ່ຮ່ວມຍຸດທະສາດຂອງ ສປປ ລາວ ຂໍສະແດງຄວາມເຄົາລົບ ແລະ ໃຫ້ການສະໜັບສະໜຸນຄວາມພາຍະຍາມຂອງລັດຖະບານລາວເພື່ອກ້າວຂ້າມສະຖານະການທີ່ຫຍຸ້ງຍາກໃນຄັ້ງນີ້. ໂດຍຜ່ານການຊ່ວຍເຫຼືອລ້າໃນຄັ້ງນີ້, ພວກເຮົາມີຄວາມຫວັງທີ່ຈະຈັບມືກັນຍ່າງກ້າວຂ້າມອຸປະສັກໃນຄັ້ງນີ້ໃຫ້ໄດ້”.  

ຍີ່ປຸ່ນຊ່ວຍລາວ13 ລ້ານໂດລາສະຫະລັດ Read More »

ວັນທີ 3 ມິຖຸນານີ້ ມີຜູ້ປິ່ນປົວດີເພີ່ມ 2 ຄົນ

ເບີ 10 ເພດຍິງ ອາຍຸ 21 ປີ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນເຂົ້າຮັບການປິ່ນປົວວັນທີ 31 ເດືອນ ມີນາ ໃຊ້ເວລາ ປິ່ນປົວ 64 ວັນ ເບີ 17 ເພດຍິງ ອາຍຸ 32 ປີ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າຮັບການປິ່ນປົວວັນທີ 11 ເມສາ ໃຊ້ເວລາປິ່ນປົວ 54 ວັນ

ວັນທີ 3 ມິຖຸນານີ້ ມີຜູ້ປິ່ນປົວດີເພີ່ມ 2 ຄົນ Read More »

ອີກ 2 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍ

ກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020. ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວໃນວັນທີ 27/5/2020.

ອີກ 2 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍ Read More »

ສະຫຼຸບມາດຕະການຜ່ອນຜັນໃໝ່ນັບແຕ່ວັນທີ 2 – 30 ມິຖຸນາ 2020

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ອອກມາດຕະການຜ່ອນຜັນໃໝ່ຕື່ມ, ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020 ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນຈະເປັນຜູ້ພິຈາລະນາ ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມແຕ່ 2 ແຂວງຂຶ້ນໄປແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກຳນົດໃນຄໍາສັ່ງສະບັບເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ. ມາດຕະການຜ່ອນຜັນອະນຸຍາດໃຫ້ເປີດການຮຽນການສອນໃນທຸກລະດັບການສຶກສານັບແຕ່ໂຮງຮຽນລ້ຽງເດັກ ແລະ ອະນຸບານຮອດມະຫາວິທະຍາໄລ, ເປີດຕະຫຼາດກາງຄືນ, ຮ້ານກິນດື່ມ, ໂຮງສາຍຮູບເງົາ, ການແຂ່ງຂັນກິລາຕ່າງໆ ແລະ ອື່ນໆ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດໄດ້ວາງອອກ. ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆທີ່ມີ ໂຮງຮຽນ ຫຼື ສະຖາບັນການສຶກສາ ເປີດໂຮງຮຽນຄືນໃໝ່ໃນຊັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນ ປ 1 ຫາ ປ 4, ມ 1

ສະຫຼຸບມາດຕະການຜ່ອນຜັນໃໝ່ນັບແຕ່ວັນທີ 2 – 30 ມິຖຸນາ 2020 Read More »