ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030

ສປປ ລາວ ເຖິງວ່າຈະມີອັດຕາການຕິດເຊື້ອເຮສໄອວີຢູ່ໃນລະດັບຕໍ່າ ຄື 0,28% ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 – 45 ປີ ກໍຕາມ ແຕ່ອັດຕາການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ເຫັນວ່າຍັງສູງຫຼາຍຄື: 31,2% ໃນກຸ່ມສາວບໍລິການ ແລະ 48,3% ໃນກຸ່ມກະເທີຍ. ນອກຈາກນັ້ນ ຍັງມີຫຼາຍສິ່ງທ້າທາຍ ທີ່ຈະກໍ່ໃຫ້ເກີດການລະບາດຂອງເຊື້ອເຮສໄອວີ ແລະ ພະຍາດເອດ ຖ້າບໍ່ມີມາດຕະການໃນການສະກັດກັ້ນ ຢ່າງຖືກຕ້ອງ. ປະຈຸບັນ ສປປ ລາວ ກາຍເປັນປະເທດ ທີ່ເປັນທາງຜ່ານ, ພ້ອມດຽວກັນນັ້ນ ກໍຍັງມີການພັດທະນາເສດຖະກິດໂຄງລ່າງ ມີການກໍ່ສ້າງຂົວ ຖະໜົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ … ຊື່ງເປັນສາເຫດກໍ່ໃຫ້ມີກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເປັນສາເຫດກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ. ອີງຕາມການຄາດຄະເນຈະມີຜູ້ຕິດເຊື້ອເຮສໄອວີ […]

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030 Read More »