March 2020

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ກໍມີຄວາມສ່ຽງສູງ ຍ້ອນວ່າມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເຊິ່ງລັດຖະບານລາວໄດ້ສຸມໃສ່ບັນດາມາດຕະການສະ ກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະ ພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.ອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ ລັດຖະບານລາວຈະສືບ ຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນວາລະດຳເນີນກອງປະຊຸມລັດຖະບານສະໄໝສາມັນ ວັນທີ 18 ມີນາ 2020 ນອກຈາກອອກມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີແລ້ວ ຍັງໄດ້ອອກມາດຕະການປ້ອງກັນ ຄື: ປັບປຸງສູນຂໍ້ມູນຂ່າວສານ ທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງ ກ່າວ ເພື່ອແລກປ່ຽນ ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະ ພາບການລະບາດຂອງພະຍາດ […]

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19 Read More »

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030

ສປປ ລາວ ເຖິງວ່າຈະມີອັດຕາການຕິດເຊື້ອເຮສໄອວີຢູ່ໃນລະດັບຕໍ່າ ຄື 0,28% ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 – 45 ປີ ກໍຕາມ ແຕ່ອັດຕາການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ເຫັນວ່າຍັງສູງຫຼາຍຄື: 31,2% ໃນກຸ່ມສາວບໍລິການ ແລະ 48,3% ໃນກຸ່ມກະເທີຍ. ນອກຈາກນັ້ນ ຍັງມີຫຼາຍສິ່ງທ້າທາຍ ທີ່ຈະກໍ່ໃຫ້ເກີດການລະບາດຂອງເຊື້ອເຮສໄອວີ ແລະ ພະຍາດເອດ ຖ້າບໍ່ມີມາດຕະການໃນການສະກັດກັ້ນ ຢ່າງຖືກຕ້ອງ. ປະຈຸບັນ ສປປ ລາວ ກາຍເປັນປະເທດ ທີ່ເປັນທາງຜ່ານ, ພ້ອມດຽວກັນນັ້ນ ກໍຍັງມີການພັດທະນາເສດຖະກິດໂຄງລ່າງ ມີການກໍ່ສ້າງຂົວ ຖະໜົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ … ຊື່ງເປັນສາເຫດກໍ່ໃຫ້ມີກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເປັນສາເຫດກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ. ອີງຕາມການຄາດຄະເນຈະມີຜູ້ຕິດເຊື້ອເຮສໄອວີ

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030 Read More »