ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມ ວຽກງານກວດສອບພາຍໃນ

ໃນລະຫວ່າງວັນທີ 16 – 27 ກັນຍາ 2024 ກົມກວດກາ, ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມ ວຽກງານກວດສອບພາຍໃນ ໂດຍໄດ້ຮັບການສະຫນັບສະຫນູນຈາກ ທະນາຄານໂລກ, ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ ສະຫນອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ ກ່ຽວຂ້ອງ ແລະ ພະນັກງານຂອງກົມກວດກາ ກະຊວງສາທາລະນະສຸກ ເຂົ້າຮ່ວມທັງຫມົດຈຳນວນ 27 ທ່ານ;ຈຸດປະສົງ ຂອງການຝຶກອົບຮົມໃນເທື່ອນີ້ແມ່ນ ເພື່ອເຮັດໃຫ້ພະນັກງານ ກົມກວດກາ ກໍາໄດ້ບັນຫາຕິດພັນ ກັບວຽກງານວິຊາສະເພາະກວດສອບ ຄື: 1) ການເກັບກໍາຂໍ້ມູນຂອງເປົ້າຫມາຍຖືກກວດສອບ ເພື່ອວິເຄາະ, ວິໄຈ ໃນການສ້າງແຜນການກວດສອບ ປະຈາປີ, ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ; 2). ການເກັບກໍາຂໍ້ມູນຫຼັກຖານການກວດສອບ ເພື່ອສ້າງເອກະສານປະຕິບັດງານກວດສອບ, ການປະສານສົມທົບລາຍ ງານໃນເວລາການດໍາເນີນການກວດສອບ ເພື່ອປ້ອງກັນຄວາມສ່ຽງຂໍ້ມູນຜົນການກວດສອບ ບໍ່ລະອຽດ ແລະ ຊັດ ເຈນ; 3). ການດໍາເນີນການກວດສອບໃນເງື່ອນໄຂປັດຈຸບັນໃຫ້ມີຄວາມເລິກເຊິ່ງ, ແທດເຖິງ ແລະ ຮັບປະກັນໄດ້ ຄຸນນະພາບການກວດສອບ; 4). ການຈັດຕັ້ງປະຕິບັດກົນໄກການປະສານງານ, ລະບອບ, ລະບຽບ, ແບບແຜນ ແລະ ວິທີເຮັດວຽກ ເພື່ອແນໃສ:ຄວາມເປັນເອກະພາບ ລະຫວ່າງ ຄະນະກວດສອບພາຍໃນ ແລະ ຄະນະກວດ ສອບພາຍນອກ ແລະ 5). ກົນໄກການປະສານງານ, ແບບແຜນ ແລະ ວິທີການເຮັດວຽກໃນການຕິດຕາມ, ຊຸກຍູ້ ແລະ ການແກ້ໄຂຜົນການກວດສອບ ລະຫວ່າງ ກົມກວດກາ ແລະ ເປົ້າຫມາຍຖືກກວດສອບ ເພື່ອຍົກສູງຄຸນ ນະພາບການແກ້ໄຂຜົນການກວດສອບ.
May be an image of 9 people, people studying, table and textMay be an image of 9 people, dais and text