ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກຮາກຖານກົມອາຫານ ແລະ ຢາ ໄດ້ເປີດຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍປອ.ດຣ.ບຸນແຝງ ພູມມະໄລສິດກໍາມະການສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ,ສະຫາຍປອ.ດຣ.ບຸນຊູແກ້ວຫາວົງ ກໍາມະ ການຄະນະພັກກະຊວງ, ຫົວໜ້າກົມອາຫານແລະຢາ ເປັນຄະນະ, ສະຫາຍ ດຣ ສຸກສົມຄວນ ຈັນທະມາດ ເລຂາໜ່ວຍພັກຮາກຖານກົມອາຫານ ແລະຢາ, ຮອງຫົວໜ້າກົມອາຫານ ແລະ ຢາ ທັງເປັນຄະນະ. ມີສະມາຊິກພັກສົມບູນ ທີ່ມີສິດປ່ອນບັດໃນກອງປະຊຸມ ຈໍານວນທັງໝົດ 27 ສະຫາຍ, ມີບັນດາແຂກຖືກເຊີນ ບັນດາໜ່ວຍພັກສາຍອາຫານ ແລະ ຢາ, ຄະນະຕິດຕາມທີມງານ 1, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທັງໝົດ 15 ສະຫາຍ.ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຢ່າງສົມບູນຕໍ່ບົດລາຍງານການເມືອງ2021-2024ແລະທິດທາງແຜນ ການ2025-2029ແລະບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ;ບົດລາຍງານການເມືອງໄດ້ສະຫຼູບຜົນສໍາເລັດການ ນໍາພາ-ຊີ້ນໍາແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ່VIIຂອງໜ່ວຍພັກຜ່ານມາທີ່ສະແດງໃຫ້ເຫັນຜົນສໍາເລັດ ຈາກຄວາມພະຍາຍາມບຸກບືນຂອງຄະນະໜ່ວຍພັກ,ສະມາຊິກພັກ-ພະນັກງານທີ່ຍາດມາໄດ້. ກອງປະຊຸມໄດ້ດໍາເນີນການເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຊຶ່ງມີຜູ້ເຂົ້າສະໝັກທັງໝົດ 05 ສະຫາຍ, ຄັດເລືອກ ເອົາ