

ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວຄຳເຫັນວ່າ: “ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງການບໍລິການປິ່ນປົວທີ່ມີຄຸນນະພາບໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນ ເຊິ່ງກົດໝາຍເຫຼົ່ານີ້ ຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານແກ້ໄຂບັນຫາທ້າທາຍໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.” ສະບັບທຳອິດ, “ກົດໝາຍ ວ່າດ້ວຍສາທາລະນະສຸກ” ແມ່ນການເອົາໃຈໃສ່ຂອງລັດຖະບານຕໍ່ກັບຂະແໜງສາທາລະນະສຸກ ໂດຍສະເພາະທາງດ້ານງົບປະມານ.
ສະບັບທີ 2, “ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ” ແມ່ນກົດໝາຍທີ່ຊຸກຍູ້ໃຫ້ປະຊາຊົນ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານມີສ່ວນຮ່ວມໃນການວາງແຜນ ແລະ ການໃຫ້ບໍລິການສຸຂະພາບຂັ້ນຕົ້ນ ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມຊົນມີປະສິດທິພາບຍິ່ງຂຶ້ນ.
ສະບັບທີ 3, ກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ໃຊ້ເຂົ້າໃນການຄຸ້ມຄອງສະຖານທີ່ບໍລິການປິ່ນປົວພາກເອກະຊົນ ເຊິ່ງປະກອບມີ ການຂຶ້ນທະບຽນໂຮງໝໍ, ຄລິນິກ ແລະ ສູນການປິ່ນປົວເອກະຊົນກົດໝາຍທັງ 3 ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມລິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງການຢູນິເຊັບ ແລະ ອົງການອະນາໄມໂລກ. ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.

ທ່ານ ດຣ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ມີຄຳເຫັນວ່າ: “ການຮັບຮອງເອົາກົດໝາຍເຫຼົ່ານີ້ ຖືເປັນບາດກ້າວອັນສຳຄັນສູ່ການບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ສົ່ງເສີມໃຫ້ປະຊາຊົນທຸກຄົນໃນ ສປປ ລາວ ມີສຸຂະພາບດີ. ກົດໝາຍເຫຼົ່ານີ້ ຖືເປັນຜົນງານທີ່ສະທ້ອນເຖິງຄວາມມຸ່ງໝັ້ນໃນການສ້າງອະນາຄົດທີ່ປະຊາຊົນລາວທຸກຄົນມີສຸຂະພາບດີ ແລະ ມີໂອກາດໄດ້ໃຊ້ຊີວິດຢ່າງເຕັມທີ່. ອົງການອະນາໄມໂລກ ຖືເປັນກຽດທີ່ໄດ້ປະກອບສ່ວນໃນການປະຕິຮູບທາງກົດໝາຍຄັ້ງນີ້ ເຊິ່ງວຽກງານນີ້ກໍເປັນສ່ວນໜຶ່ງຂອງພາລະບົດບາດຫຼັກຂອງອົງການອະນາໄມໂລກ ແລະ ທີ່ສຳຄັນທີ່ສຸດ ແມ່ນໃນການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ເພື່ອໃຫ້ປະຊາຊົນລາວທຸກຄົນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.” ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການ ຢູນິເຊັບ ໄດ້ມີຄຳເຫັນວ່າ: “ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ຖືເປັນບາດກ້າວສຳຄັນສຳລັບ ສປປ ລາວ ໃນການຫັນທິດທາງຂອງລັດຖະບານໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຮັບປະກັນໃຫ້ທຸກຄອບຄົວ ໂດຍສະເພາະຄອບຄົວທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນ. ການຮ່ວມມືເຊິ່ງກັນ ແລະ ກັນ ຫຼາຍພາກສ່ວນ ໃນວຽກງານສາທາລະນະສຸກ, ການສຶກສາ, ນ້ຳສະອາດ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ຖືເປັນກຸນແຈທີ່ຈະນຳໄປສູ່ຄວາມສຳເລັດ. ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງຂ້າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມງານທຸກພາກສ່ວນໃນວຽກງານການສ້າງຄວາມເຂັ້ມແຂງໃຫ່ແກ່ການບໍລິການສຸຂະພາບ ແລະ ຮັບປະກັນບໍ່ໃຫ້ໃຜຖືກປະຖິ້ມໄວ້ຂ້າງຫຼັງ.” ນັບແຕ່ປີ 2021 ເປັນຕົ້ນມາ, ກະຊວງສາທາລະນະສຸກ ໄດ້ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການພັດທະນາກົດໝາຍໃນຂົງເຂດສາທາລະນະສຸກ. ນອກຈາກກົດໝາຍ ວ່າດ້ວຍສາທາລະນະສຸກ ທີ່ໄດ້ເຜີຍແຜ່ໄປແລ້ວນີ້, ກະຊວງສາທາລະນະສຸກ ຍັງພວມດຳເນີນການປັບປຸງ ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ແລະ ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາພາກສ່ວນອື່ນໆ.