ກອງປະຊຸມໃຫຍ່ຄັ້ງທີ່ III ຂອງໜ່ວຍພັກຮາກຖານຫ້ອງການປະກັນສຸຂະພາບແຫ່ງຊາດ

ກອງປະຊຸມໃຫຍ່ຄັ້ງທີ່ III ຂອງໜ່ວຍພັກຮາກຖານຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ເປີດຂື້ນຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມທັງເປັນປະທານກອງປະຊຸມ, ສະຫາຍ ນ. ອາພອນ ວິຊາເທບ, ກໍາມະການປະຈໍາພັກກະຊວງ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ສະຫາຍ ປອ. ພູວັງ ສຸ້ຍຍະວົງ ຮອງເລຂາຄະນະພັກ, ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ, ເປັນຄະນະປະທານຊີ້ນໍາບັ້ນດໍາເນີນຊີວິດການເມືອງ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຫ້ອງການ ກະຊວງສາທາລະນະສຸກ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມອາຫານ ແລະ ຢາ ແລະ ກົມແຜນການ ແລະ ການເງິນ ພ້ອມດ້ວຍສະມາຊິກພັກສົມບູນ, ສໍາຮອງ ເຂົ້າຮ່ວມທັງໝົດ 37 ສະຫາຍ, ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານການເມືອງຂອງຄະນະໜ່ວຍພັກຮາກຖານຊຸດເກົ່າໃນໄລຍະຜ່ານມາ 2019-2024 ແລະ ທິດທາງແຜນການປີ 2025-2030 ຈາກນັ້ນໄດ້ດໍາເນີນເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ສະມັກທັງໝົດ 05 ສະຫາຍ, ເລືອກ ເອົາ 03 ສະຫາຍເປັນຄະນະໜ່ວຍພັກຊຸດໃໝ່ ແລະ ຜົນຂອງການເລືອກຕັ້ງມີຄື:
1. ສະຫາຍ ປອ.ດຣ. ພູວັງ ສຸ້ຍຍະວົງ, ເປັນເລຂາໜ່ວຍພັກ, ຮັບຜິດຊອບຊີ້ນໍາລວມລົງເລີກວຽກງານການເມືອງແນວ ຄິດ,
2. ສະຫາຍ ປທ. ນ. ລັດດາວັນ ແສງດາລາ, ເປັນຮອງເລຂາໜ່ວຍພັກ, ປະທານກວດກາພັກ,
3. ສະຫາຍ ປທ. ໃສສ່ອງ ສົມສະໝຸດ ເປັນກໍາມະການໜ່ວຍພັກ, ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ວຽກຂະບວນການ, ສະຖິຕິພັກ ແລະ ການເງິນຂອງພັກ.
ຫລັງຈາກນັ້ນກອງປະຊຸມໄດ້ຮັບກຽດອັນສູງສົ່ງຕໍ່ການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງສາທາລະນະສຸກ; ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານ ອັນໃຫຍ່ຫຼວງທີ່ທາງຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ໃນຊຸມປີຜ່ານມາ, ຄຽງຄູ່ກັນນັ້ນສະຫາຍຍັງໄດ້ຍົກບາງບັນຫາ ຊື່ງທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ພັດທະນາໃຫ້ມີຜົນສໍາເລັດ.
ວັນທີ່ 14 ຕຸລາ 2024 ທີ່ ກະຊວງສາທາລະນະສຸກ.