ພິທີເປີດປ້າຍສຳເລັດກໍ່ສ້າງອາຄານ ໂຮງໝໍມະໂຫສົດ ໂດຍການຊ່ວຍເຫຼືອລ້າຈາກ ລັດຖະບານ ສປ ຈີນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ລີ ສຽງ ນາຍົກລັດຖະມົນຕີ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມ ພິທີເປີດປ້າຍສຳເລັດກໍ່ສ້າງອາຄານ ໂຮງໝໍມະໂຫສົດ ໂດຍການຊ່ວຍເຫຼືອລ້າຈາກ ລັດຖະບານ ສປ ຈີນ, ນອກຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ສປ ຈີນ ແລ້ວຍັງມີ
ທ່ານ ສຈ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ
ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ
ທ່ານ ປອ. ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ
ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ
ໃນນັ້ນ ກໍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ຝ່າຍລາວ ແລະ ສປ ຈີນ ອີກດ້ວຍ.
ວັນທີ 12 ຕຸລາ 2024 ທີ່ ໂຮງໝໍມະໂຫສົດ