ສາທາລະນະສຸກ ພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

ຂະແໜງສາທາລະນະສຸກ ນໍາໃຊ້ແພດໝໍຫລາຍກວ່າ 100 ຄົນ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ແລະ ບັນດາກອງປະຊຸມປິ່ນອ້ອມ ເຊິ່ງຈະຈັດຂຶ້ນ

ຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024. ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 4 ຕຸລາ 2024 ວ່າ: ຂະແໜງສາທາລະນະສຸກ ໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານການແພດ ແລະ ການປິ່ນປົວສຸກເສີນ ເຊິ່ງນໍາໃຊ້ແພດໝໍ ຫລາຍກວ່າ 100 ຄົນ. ໃນນີ້ ໄດ້ກະກຽມຢາປົວພະຍາດ, ອຸະປະກອນການແພດ, ການສະໜອງເລືອດ, ການກວດກາຄວາມປອດໄພຂອງອາຫານ, ພາຫະນະຮັບໃຊ້ສໍາລັບຂົນ ສົ່ງຄົນເຈັບ ຈໍານວນ 16 ຄັນ. ນອກຈາກນີ້ ຍັງໄດ້ນໍາໃຊ້ລົດຂົນສົ່ງຄົນເຈັບທີ່ມີອຸປະກອນສໍາຄັນຄົບຊຸດ ໂດຍລະດົມມາຈາກ 5 ໂຮງໝໍສູນກາງ ຈໍານວນ 10 ຄັນ.
ແພດໝໍທັງໝົດນີ້ ແມ່ນຖືກສົ່ງໄປປະຈໍາການຮັບໃຊ້ຢູ່ແຕ່ລະຈຸດສໍາຄັນ ເຊັ່ນ: ສະຖານທີ່ຈັດກອງປະຊຸມ, ໂຮງແຮມ-ເຮືອນພັກຂອງບັນດາຜູ້ແທນກອງປະຊຸມ, ໜ່ວຍແພດສຸກເສີນປະຈໍາຢູ່ບັນດາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ, ໂຮງໝໍມິດຕະພາບ, ໂຮງໝໍ 103 ແລະ ໂຮງໝໍ 5 ເມສາ ເພື່ອຮັບຮອງໃນກໍລະນີເກີດເຫດການສຸກເສີນ.
ມາຮອດປັດຈຸບັນ, ການກະກຽມວຽກງານຕ່າງໆ ໃນຂະແໜງສາທາລະນະສຸກ ກໍຄື ອະນຸກໍາມະການການແພດ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະ ຊຸມປິ່ນອ້ອມອື່ນໆ ແມ່ນມີຄວາມພ້ອມແລ້ວທຸກດ້ານ.
ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ