ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ມີພິທີປະກາດຮັບຮອງ ສາດສະດາຈານພິເສດ, ສາດສະດາຈານກິດຕິມະສັກ ແລະ ໃບຍ້ອງຍໍໃຫ້ແກ່ອາຈານສິດສອນຈາກໂຮງໝໍ, ສູນ, ໂຮງງານສະຖາບັນ

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ມີພິທີປະກາດຮັບຮອງ ສາດສະດາຈານພິເສດ, ສາດສະດາຈານກິດຕິມະສັກ ແລະ ໃບຍ້ອງຍໍໃຫ້ແກ່ອາຈານສິດສອນຈາກໂຮງໝໍ, ສູນ, ໂຮງງານສະຖາບັນສົກປີສຶກສາ 2023-2024. ໂດຍການເປັນປະທານ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີຄະນະນໍາ ຈາກກະຊວງສາທາລະນະສຸກ, ບັນດາກົມ, ສະຖາບັນ, ສູນອ້ອມຂ້າງ, ອະທິການບໍດີ ພ້ອມດ້ວຍ ພະນັກງານບຳນານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄູ-ອາຈານ ແລະ ນັກສຶກສາ ກໍ່ໄດ້ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເລົ່າປະຫວັດການສ້າງຕັ້ງ ມວສ, ການຮຽນ-ການສອນ ແລະ ຄວາມກ້າວໜ້າຂອງ ມວສ, ພ້ອມນັ້ນກໍ່ໄດ້ຮັບຊົມການອ່ານກອນ, ການສະແດງອື່ນໆ ຈາກນັກສຶກສາມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.
ວັນທີ 3 ຕຸລາ 2024. ທີ່ ມວສ ເຂດດົງໂພສີ.