ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ທີ່ຈັດຂຶ້ນຢູ່ ນະຄອນ ນິວຢອກ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ທີ່ຈັດຂຶ້ນຢູ່ ນະຄອນ ນິວຢອກ, ສະຫາລັດອາເມ ລິ
ກາ; ໃນກອງປະຊຸມດັ່ງກ່າວມີການນໍາຂັ້ນສູງຈາກບັນດາປະເທດສະມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ມີການແລກປ່ຽນວິໃສທັດ ແລະ ຄໍາໝັ້ນສັນຍາໃນການຄວບຄຸມເຊື້ອຈຸລະ ຊີບຕ້ານຕໍ່ຢາ; ໃນໂອກາດດັ່ງກ່າວທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ຂຶ້ນກ່າວມີຄໍາເຫັນໃນກອງປະຊຸມ ເພື່ອສະແດງບົດບາດຂອງ ສປປ ລາວ ຕໍ່ເວທີສາກົນໃນຄວາມພະຍາຍາມຂອງປະເທດໃນການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ທ່ານກໍ່ໄດ້ກ່າວໃຫ້ເຫັນຄໍາໝັ້ນສັນຍາໃນການສະໜັບສະໜູນ ໃນການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ ໂດຍ ສປປ ລາວ ແມ່ນໄດ້ສ້າງຕັ້ງຄະນະກໍາມະການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາແຫ່ງຊາດ ໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການ ແລະ ພັດທະນາຍຸດທະສາດແຫ່ງຊາດໂດຍຕິດພັນກັບການ ເຝົ້າລະວັງ, ການນໍາໃຊ້ຢາຕ້ານເຊື້ອໃນຄົນ, ໃນສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງຢາຕ້ານເຊື້ອ ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການບັນລຸຕໍ່ສິ່ງທ້າທາຍທີ່ເກີດຂຶ້ນຈາກເຊື້ອຈຸລະຊີບຕ້ານຕໍ່ຢາພາຍໃນປະເທດ, ພາກພື້ນ ແລະ ໃນທົ່ວໂລກ.
26 ກັນຍາ 2024, ນະຄອນ ນິວຢອກ, ສະຫາລັດ ອາເມລິກາ.