

ສະຫາຍ ປອ ດຣ ນ. ຄໍາແພງ ຟອງລືຊາ, ເປັນເລຂາໜ່ວຍພັກ, ຊີ້ນຳລວມ, ລົງເລິກວຽກງານການເມືອງແນວຄິດ, ກໍ່ສ້າງ ແລະ ຂະຫຍາຍພັກ;

ສະຫາຍ ປອ. ດຣ ຊົມພູ ໄຊຍະສອນ, ເປັນຮອງເລຂາໜ່ວຍພັກ, ຊ່ວຍວຽກການເມືອງແນວຄິດ; ເປັນປະທານກວດກາພັກ ຮັບຜິດຊອບ ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ສະຫາຍ ປທ ດຣ ນ. ມະນີທອງ ວົງລໍຄໍາ, ເປັນກຳມະການໜ່ວຍພັກ, ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ສະຖິຕິພັກ ແລະ ດ້ານເສດຖະກິດການເງິນ ຂອງໜ່ວຍພັກ.ຫຼັງຈາກນັ້ນກອງປະຊຸມໄດ້ຮັບກຽດເປັນຢ່າງສູງຮັບຟັງການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກສະຫາຍ ປະຣິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກສະຫາຍ ໄດ້ຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສຳເລັດ ອັນໃຫຍ່ຫຼວງທີ່ຍາດມາໄດ້ໃນຊຸມປີຜ່ານມາຂອງຄະນະໜ່ວຍພັກຊຸດເກົ່າ ເຊິ່ງໄດ້ສ້າງທ່ວງທ່າໃຫ້ແກ່ວຽກງານ ການຄົ້ນຄວ້າວິທະຍາສາດສາທາລະນະສຸກ ແລະ ສ້າງນັກສຶກສາປະຣິິນຍາໂທການແພດເຂດຮ້ອນ ແລະ ສາທາລະນະສຸກສາດ ລະຫວ່າງຊາດ ມີບາດກ້າວອັນໃໝ່, ພ້ອມດຽວກັນ ສະຫາຍຍັງໄດ້ຍົກບາງບັນຫາ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ພັດທະ ນາໃຫ້ມີຜົນສຳເລັດ.
ວັນທີ 23 ກັນຍາ 2024, ທີ່ຫ້ອງປະຊຸມຊັ້ນ 1 ຂອງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສະທາລະນະສຸກ