ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມອະນາໄມ ແລະ ສົ່ງເສີມສຸຂະພາບ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ເປີດຂື້ນຢ່າງເປັນ ທາງການ, ໃຫ້​ກຽດເຂົ້າຮ່ວມ​ເປັນ​ປະ​ທານໂດຍ ​ສະຫາຍ ປະຣິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ​ກໍາມະການ ສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ປະຣິນຍາເອກ ດຣ. ບຸນຊູ ແກ້ວຫາວົງ ກຳມະການພັກກະຊວງ ຮອງຄະນະທິມງານ ທີ 1 ຫົວ​ໜ້າ​ກົມ​ອາ​ຫານ ແລະ ​ຢາ ເປັນ ຄະນະປະທານ, ສະຫາຍ ດຣ. ນ. ພອນປະເສີດ ໄຊຍະມຸງຄຸນ ຮັກສາການເລ​ຂາ​ໜ່ວຍ​ພັກ, ຫົວ​ໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເປັນ ຄະ​ນະ​ປະ​ທານ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງ 03 ອົງການຈັດຕັ້ງມະ ຫາຊົນເຂົ້າຮ່ວມ ທັງໝົດ 44 ສະຫາຍ, ມີສະມາຊິກພັກສົມບູນທີ່ມີສິດປ່ອນບັດຄັດເລືອກທັງໝົດ 16 ສະ ຫາຍ, ຍິງ 07 ສະ ຫາຍ,ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຢ່າງສົມບູນ ຕໍ່ບົດລາຍງານການເມືອງ ຂອງຄະນະໜ່ວຍ ພັກຊຸດເກົ່າ ໃນໄລຍະຜ່ານມາ 2019 ຫາ 2024 ແລະ ທິດທາງແຜນການ 2025-2029, ກອງປະຊຸມໄດ້ດໍາເນີນການເລືອກຕັ້ງ ເອົາຄະນະໜ່ວຍພັກຮາກ​ຖານຊຸດໃໝ່ ຊຶ່ງມີຜູ້ເຂົ້າສະໝັກທັງໝົດ 05 ສະຫາຍ, ​​ຄັດເລືອກເອົາ 03 ສະຫາຍ ເປັນຄະນະໜ່ວຍພັກຊຸດໃໝ່ ແລະ ຜົນຂອງການເລືອກຕັ້ງມີດັ່ງນີ້:
ສະຫາຍ ດຣ ນ. ພອນປະເສີດ ໄຊຍະມຸງຄຸນ ເປັນເລຂາໜ່ວຍພັກ, ຊີ້ນຳລວມ, ລົງເລິກວຽກງານການເມືອງແນວຄິດ, ກໍ່ສ້າງ ແລະ ຂະຫຍາຍພັກ;
ສະຫາຍ ປອ. ດຣ ເກດເກສອນ ພຣະສີສົມບັດ ເປັນຮອງເລຂາໜ່ວຍພັກ, ຊ່ວຍວຽກການເມືອງແນວຄິດ; ເປັນປະທານກວດກາພັກ ຮັບຜິດຊອບ ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ,
ສະຫາຍ ດຣ ນ.​ລັດສະດາ ພະເມືອງ ເປັນກຳມະການໜ່ວຍພັກ, ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ສະຖິຕິພັກ ແລະ ດ້ານເສດຖະກິດການ​ເງິນ ຂອງໜ່ວຍພັກ.
ຫຼັງຈາກນັ້ນກອງປະຊຸມໄດ້ຮັບກຽດເປັນ​ຢ່າງ​ສູງຮັບ​ຟັງການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກສະຫາຍ ປະຣິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ​ກໍາມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານ ແລະ ຜົນ​ສຳ​ເລັດ ອັນໃຫຍ່ຫຼວງທີ່ຍາດມາໄດ້ໃນຊຸມປີຜ່ານມາຂອງຄະນະໜ່ວຍພັກຊຸດເກົ່າ ເຊິ່ງ​ໄດ້​ສ້າງ​ທ່ວງ​ທ່າໃຫ້​ແກ່​ວຽກ​ງານ ອະ​ນາ​ໄມ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ​ມີ​ບາດ​ກ້າວ​ອັນ​ໃໝ່, ພ້ອມ​ດຽວກັນ ສະຫາຍຍັງໄດ້ຍົກບາງບັນຫາ ຂໍ້​ຄົງ​ຄ້າງ ແລະ ສິ່ງ​ທ້າ​ທາຍທີ່ທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ພັດທະ ນາໃຫ້ມີຜົນສຳເລັດ.
ວັນທີ 23 ກັນຍາ 2024, ທີ່ຫ້ອງປະຊຸມຊັ້ນ 6 ກະຊວງສະທາລະນະສຸກ